ພິມ ພິມ

ປາທິໂຊ້

0
ປາທິໂຊ້

ປາທິໂຊ້

ສ່ວນປະສົມຂອງແປ້ງ ປາທິໂຊ້

  • ແປ້ງກາພັດໂບກ: 2 ຖ້ວຍ
  • ນຳ້ຕານ: 2 ບ່ວງແກງ
  • ເກືອ: ½ ບ່ວງຊາ
  • ນຳ້ມັນ: 1 ບ່ວງແກງ
  • ນຳ້: 9 ບ່ວງແກງ

ປະສົມສ່ວນປະສົມທັງໝົດເຂົ້າກັນແລ້ວປັ້ນເປັນກ້ອນມົນປະໄວ້

ສ່ວນປະກອຍຂອງໄສ້

  • ຊີ້ນໝູບົດ: 300g
  • ສະອິວ: 2 ບ່ວງແກງ
  • ນຳ້ຕານ: 2 ບ່ວງແກງ
  • ເກືອ: 1 ບ່ວງຊາ
  • ພິກໄທ: 2 ບ່ວງຊາ
  • ນຳ້ມັນຫອຍ: 2 ບ່ວງແກງ
  • ຫອມບົ່ວໃຫຍ່: 5 ຫົວ
  • ມັນຝຣັ່ງ + ແຄລອດ + ຖົ່ວກະແລ (ຊອຍນ້ອຍໆ): 300g
  • ນຳ້ມັນສຳລັບຈືນ: 1 ລິດ

ວິທີປຸງ

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນເອົາຫອມແດງລົງຂົ້ວໃສ່ໃຫ້ຫອມແລ້ວນຳຊີ້ນທີ່ເອືອບໄວ້ແລ້ວນຳເຄື່ອງເຄື່ອງປຸງທູກຢ່າງ ລົງໃສ່ແລ້ວເອົາມັນຝຣັ່ງ, ແຄລອດ, ຖົ່ວກະແວໃສ່ປະໄວ້ເປັນໃສ້.

ວິທີຫໍ່ ປາທິໂຊ້

ນຳແປ້ງທີ່ປັ້ນໄວ້ມາແຜ່ເປັນແຜ່ນມົນບາງຈາກນັ້ນນຳໃສ້ມາໃສ່ແລ້ວພັບຂອບເຂົ້າຫາກັນແລ້ວໃຊ້ມືບິດຂອບໃຫ້ເປັນລາຍກຽວ ແລະ ນຳລົງຈືນໃນນຳ້ມັນທີຮ້ອນຈົນເຫຼືອງແລ້ວຕັກອອກປະໄວ້ສະເດັດນຳມັນແລ້ວ ຈັດໃສ່ຈານຮັບປະທານໄດ້ທີ.

ແຊຣ.