ພິມ ພິມ

ຍຳເສັ້ນລ້ອນ

0

ເຄື່ອງປະກອບ

ເສັ້ນລ້ອນ: 2 ຫໍ່ໃຫຍ່

ຊີ້ນໝູປີ້ງຊອຍສະຫຼຽງ: 1 ຖ້ວຍ

ກຸ້ງລວກໃຫ້ສຸກ: 1/2 ຖ້ວຍ

ຜັກບົ່ວສົດຊອຍສະຫຼຽງ: 1/2 ຖ້ວຍ

ຜັກເຊີເນີລີ້ຊອຍ: 1/2 ຖ້ວຍ

ຜັກສະລັດສຳລັບຮອງຈານ: 3 ຕົ້ນ

ໝາກເຜັດແດງຊອຍສະຫຼຽງ: 5 ໜ່ວຍ

ຜັກທຽມດອງຊອຍຕາມລວງຂວາງ: 2 ຫົວ

ຜັກຫອມປ້ອມເດັດເປັນໃບ: 1 ມັດ

ເກືອ: 1/2 ບ່ວງແກງ

ນຳ້ປາ: 3 ບ່ວງແກງ

ນຳ້ຕານ: 1/2 ຖ້ວຍ

ໝາກນາວ: 5 ໜ່ວຍ

ຍຳເສັ້ນລ້ອນ

ຍຳເສັ້ນລ້ອນ

ວິທີປຸງ ຍຳເສັ້ນລ້ອນ

ເອົາລ້ອນມາແຊ່ນນຳ້ປະມານ 10 ນາທີແລ້ວນຳໄປລວກໃຫ້ສຸກແລ້ວຕັດໃຫ້ສັ້ນ

ນຳຮາກຫອມປ້ອມຕຳໃສ່ກັບຜັກທຽມດອງ, ໝາກເຜັດແລ້ວໃສ່ນຳ້ໝາກນາວ, ນຳ້ຕານ, ເກືອ, ນຳ້ປາ ແລ້ວນຳເສັ້ນລ້ອນມາຊາວ ໃສ່ນຳ້ຍຳ ແລະ ຊີ້ນໝູຕ່າງໆ ປຸງລົດໃຫ້ ອອກລົດສົ້ມຫວານ ຫຼັງຈາກນັ້ນ ໃສ່ໃບຫອມສົດ ແລ້ວຕັກໃສ່ຈານຈັດເສີບໃດ້ທັນທີ ເວລາຍຳແລ້ວບໍ່ຄວນປະໄວ້ດົນເພາະເສັ້ນລ້ອນຈະໄຂ່.

ແຊຣ.