ພິມ ພິມ

ຊູບຫອມບົ່ວໃຫຍ່

0
ຊູບຫອມບົ່ວໃຫຍ່

ຊູບຫອມບົ່ວໃຫຍ່

ເຄື່ອງປະກອບ

  • ຜັກບົ່ວໃຫຍ່: 1 ຫົວ
  • ນຳ້ຕົ້ມກະດູກ: 5 ຖ້ວຍນ້ອຍ
  • ແປ້ງສາລີ: 3 ບ່ວງແກງ
  • ນົມສົດ: 2 ບ່ວງແກງ
  • ເບີ: 3 ບ່ວງແກງ
  • ເກືອ: 1 ບ່ວງຊາ
  • ພິກໄທ: ¼ ບ່ວງຊາ

ວິທີປຸງ ຊູບຫອມບົ່ວໃຫຍ່

ຜັກບົ່ວໃຫຍ່ແກະກາບອອກລ້າງນຳ້ໃຫ້ສະອາດຊອຍບາງໆ. ແປ້ງສາລີກອຍໃສ່ນຳ້ຕົ້ມກະດູກໄວ້ ຫຼື ຈະຂົ້ວແປ້ງຜົງໃສ່ເບີເລີຍກໍ່ໄດ້, ຜັກບົ່ວຂົ້ວໃສ່ເບີໃຫ້ຫອມ.

ເອົານຳ້ຕົ້ມກະດູກໃສ່ໝໍ້ຄ້າງໄວ້ໃຫ້ຣ້ອນ. ເອົາແປ້ງທີ່ຂົ້ວໃສ່ເບີ, ເກືອ, ພິກໄທຜັກບົ່ວໃຫຍ່, ນົມສົດຄົນໃຫ້ເຂົ້າກັນແລ້ວປົງລົງຕັກໃສ່ຖ້ວຍຊູບມີຈານຣອງ ເສີບຣ້ອນໆ

ແຊຣ.