ພິມ ພິມ

ອົວໝາກເຜັດໃຫຍ່

0

ເຄື່ອງປະກອບ

ຊີ້ນໝູບົດ: 500g

ໝາກເຜັດໃຫຍ່: 30 ໜ່ວຍ

ຜັກບົ່ວແຫ້ງ: 10 ຫົວ

ສີໄຄ: 3 ຫົວ

ໝາກເຜັດນ້ອຍແຫ້ງ: 5 ໜ່ວຍ

ລ້ອນ: 1 ຫໍ່ໃຫຍ່

ເກືອ: 1 ບ່ວງຊາ

ນຳ້ປາ: 2 ບ່ວງແກງ

ປາແດກ: 3 ບ່ວງແກງ

ກະທິໝາກພ້າວ: 0.5 ຖ້ວຍ

ຜັກຊີ-ຜັກບົ່ວ: 1 ມັດ

ອົວໝາກເຜັດໃຫຍ່

ອົວໝາກເຜັດໃຫຍ່

ວິທີປຸງ ອົວໝາກເພັດໃຫຍ່

ໝາກເຜັດໃຫຍ່ລ້າງນຳ້ແລ້ວປາດຂັວນອອກ ແລະ ເຈາະເອົາແກ່ນອອກ. ໝາກເຜັດນ້ອຍແຫ້ງ ແກະແກ່ນອອກແຊ່ນນຳ້ໃຫ້ອ່ອນ ຝັກໃຫ້ແຫຼກ ຕຳໃສ່ຜັກບົ່ວແຫ້ງ ຫົວສີໄຄ, ລ້ອນແຊ່ນຳ້ ແລ້ວຕັດ ໃຫ້ສັ້ນ ຜັກຕ່າງໆລ້າງໃຫ້ສະອາດ ແລ້ວຕັດໃຫ້ສັ້ນ.

ເອົາຊີ້ນມາຊາວໃສ່ເຄື່ອງປຸງທຸກຢ່າງ ຊາວໃຫ້ເຂົ້າກັນດີແລ້ວນຳຜັກຫອມ ທີ່ຊອຍໄວ້ມາຊາວ ໃຫ້ເຂົ້າກັນອີກເທືອໜື່ງ ຈາກນັ້ນນຳມາຍັດໃສ່ໝາກເຜັດແລ້ວນຳໄປໜື້ງໃຫ້ສຸກໜື້ງປະມານ 30 ນາທີ.

 

ແຊຣ.