ພິມ ພິມ

ຍຳຊີ້ນນຳ້ຕົກ

0

ເຄື່ອງປະກອບ

ຊີ້ນສັນງົວ: 1 ກິໂລ

ໝາກແຕງ: 0.5 ກິໂລ

ຫອມບົ່ວໃຫຍ່: 0.5 ກິໂລ

ສິງໄຄ: 5 ຫົວ

ຂີງ: 1 ຫົວໃຫຍ່

ພິກເຜົາ: 2 ບ່ວງແກງ

ໝາກເພັດດິບແດງ: 15 ໜ່ວບ

ນຳ້ຕານ: 3 ບ່ວງແກງ

ນຳ້ປາ: 4 ບ່ວງແກງ

ຫອມລາບສ້ອມແລ້ວ: 1.5 ຖ້ວຍນ້ອຍ

ຜັກບົ່ວສົດ-ຫອມປ້ອມ-ຜັກສະລັດແນວລະ: 1 ມັດ

ໝາກນາວ: 4 ໜ່ວຍ

ເກືອ: 1/2 ບ່ວງແກງ

ຍຳຊີ້ນນຳ້ຕົກ

ຍຳຊີ້ນນຳ້ຕົກ

ວິທີປຸງ ຍຳຊີ້ນນຳ້ຕົກ

ຊີ້ນລ້າງນຳ້ໃຫສະອາດ ລືບເອັນອອກ ແລ້ວຊອຍເປັນຕ່ອນໃຫຍ່ບາງ ພໍສົມຄວນນຳປາປີ້ງນຳ້ຕົກ ແລ້ວນຳມາຊອຍໃຫ້ບາງສະຫຼຽງປະໄວ້ຫຼືຈະນຳມາດາດໃສ່ໝໍ້ກໍ່ໄດ້. ໝາກເພັດຊອຍຍາວສະຫຼຽງ ແລ້ວນຳມາປະສົທກັບນຳ້ໝາກນາວ, ນຳ້ປາ, ນຳ້ພິກເຜົາ, ນຳ້ຕານ ແລະເກືອນຳເຄື່ອງທັງໝົດມາປະສົມເຂົ້າກັນໃຫ້ເປື່ອຍປຸງລົດໃຫ້ອອກລົດສົ້ມ ປະໄວ້ ເປັນນຳ້ຍຳ, ນຳຂີງ, ສິງໄຄ, ຫອມບົ່ວໃຫຍ່ມັຂອຍບາງໆ, ຫອມບົ່ວ, ຫອມປ້ອມລ້າງແລ້ວຊອຍສະຫຼຽງ. ຜັກສະລັດ ແລະໝາກແຕງລ້າງ ໃຫ້ສະອາດ.

ນຳຊີ້ນທີຊອຍແລ້ວ ມາຊາວໃສ່ເຄື່ອງຫອມທຸກຢ່າງ ພ້ອມດ້ວຍນຳ້ຍຳຊາວໃຫ້ເຂົ້າກັນ ແລະ ໃສ່ໃບຫອມຕ່າງໆ ຈັດໃສ່ຈານທີມີໝາກແຄງຮອງແລະຜັກສະລັດແຕ່ງໜ້າດ້ວຍໝາກເພັດ, ແກະສະຫຼັກ ແລະ ຜັກບົ່ວ.

ແຊຣ.