ພິມ ພິມ

ຍຳສາມສະຫາຍ

0

ເຄື່ອງປະກອບ

ຊີ້ນໝູ: 1 ຖ້ວຍ

ຊີ້ນໄກ່: 1 ຖ້ວຍ

ກຸ້ງຂະໜາດກາງ: 1 ຖ້ວຍ

ເມັດໝາກມ່ວງຫິມະພານ: 1/2 ຖ້ວຍ

ກາລົດ: 1 ຫົວ

ຜັກກາລຳປີ: 1/2 ຫົວ

ນຳ້ພິກເຜົາ: 1/2 ຖ້ວຍ

ນຳ້ຕານ: 2 ບ່ວງແກງ

ນຳ້ປາ: 3 ບ່ວງແກງ

ນຳ້ໝາກນາວ: 1/2 ຖ້ວຍ

ນຳ້ໝາກຂາມ: 3 ບ່ວງແກງ

ວິທີປຸງ ຍຳສາມສະຫາຍ

ຍຳສາມສະຫາຍ

ຍຳສາມສະຫາຍ

ຊີ້ນໝູລ້າງນຳ້ໃຫ້ສະອາດຕົ້ມເປັນຕ່ອນແລ້ວຊອຍບາງໆ, ໄກ່ຕົ້ມແລ້ວຊອຍເປັນຕ່ອນເຊັນດຽວກັນ. ກຸ້ງລ້າງນຳ້ໃຫ້ສະອາດແກະກາບອອກແລ້ວຜ່າຫຼັງເອົາເສັ້ນກາງຫຼັງອອກແລ້ວລວກໃຫ້ສຸກນຳມາຊອຍເປັນຕ່ອນບາງໆ.

ຂ໊ຽວນຳ້ຕານໃສ່ນຳ້ປາ, ນຳ້ພິກເຜົາ, ນຳ້ໝາກຂາມ ຂ້ຽວໄຟໃຫ້ຟົດແລ້ວປົງລົງປະໄວ້ໃຫ້ເຢັນແລ້ວຈຶ່ງນຳນຳ້ໝາກນາວ ມາຄົນໃສ່ປະໄວ້ໃຫ້ເຢັນນຳຊີ້ນໝູ, ຊີ້ນໄກ່ ແລະ ຊີ້ນກຸ້ງມາ ຊາວໃຫ້ເຂົ້າກັນ ແລະ ໃສ່ນຳ້ຍຳຄົນໃຫ້ເຂົ້າກັນອີກເທື່ອໜື່ງແລ້ວຕັກໃສ່ຈານທີ່ຮອງຜັກກາດຂາວ, ຜັກກະລຳ ແລະ ກາຮົດແລ້ວໂຮຍໜ້າດ້ວຍເມັດໝາກມ່ວງ ຫຼື ໝາກຖົ່ວດີນ.

 

 

ແຊຣ.