ພິມ ພິມ

ປາມຶກທອດ

0

ເຄື່ອງປະກອບ

ປາມຶກທອດ

ປາມຶກທອດ

ປາມຶກກ້ວຍຂະໜາດກາງ: 0.5 ກິໂລ

ແປ້ງໂກກິ: 0.2 ກິໂລ

ພິກໄທ: 1 ບ່ວງຊາ

ຊີອີວຂາວ: 1 ບ່ວງແກງ

ຜັກທຽມ: 1 ຫົວ

ເກືອ: 1 ບ່ວງຊາ

ນຳ້ມັນ

ວິທີປຸງ ປາມຶກທອດ

ປາມຶກລ້າງນຳ້ໃຫ້ສະອາດ ເຫຍືອເມຶອກ ອອກໃຫ້ໜົດ ແລ້ວຫັນຕາມລວງ ຂວາງ ຄ້າຍຄືຕາໜາກນັດ ຕັດເປັນຕດອນ ຂະໜາດກາງ ຜັກທຽມຕຳໃຫ້ແຫຼກ

ເອົາປາມຶກ, ພິກໄທ, ຊີອີວຂາວ, ຜັກທຽມຄົນໃຫ້ເຂົ້າກັນໃສ່ເຄື່ອງປຸງທຸກຢ່າງ ປະໄວ້ປະມານ 5 ນາທີແລ້ວຈື່ງນຳປາມຶກທີເອືອບ ມາຄົນລົງແປ້ງ ແລ້ວນຳໄປຈືນໃນນຳ້ມັນທີ່ຮ້ອນຈົນສຸກເຫຼືອງຕັກອອກ ໃຫ້ສະເດັດນຳ້ມັນ ແລ້ວຈັດໃສ່ຈານຮັບ ປະທານຮ້ອນໆ ກັບແຈ່ວ ສົ້ມຫວານ.

ແຊຣ.