ພິມ ພິມ

ຜ້າຂະມ້າຄຽນແອວ

0

ເຄື່ອງປະກອບ

ຢໍ່ໝູ: 1/ 2 ກິ​ໂລ

ໄຂ່​ໄກ່: 5 ໜ່ວຍ

ຊີ້ນໝູ 3 ຊັ້ນ: 1/2 ກິ​ໂລ

ຜັກ​ສະລັດ: 1/2 ກິ​ໂລ

ຫອມ​ບົ່ວ​ໃບ: 0,3 ກິ​ໂລ

ນຳ້​ຜັກທຽມ​ດອງ: 3 – 4 ບ່ວງ​ແກງ

ໝາກ​ເຜັດດິບ​ແດງ: 10 ໜ່ວຍ

ນຳ້ຕານ, ນຳ້ປາ​ແນວ​ລະ 3 ບ່ວງ​ແກງ

ຜັກທຽມ​ແຫ້ງ: 3 ຫົວ

ໝາກນາວ: 2 ໜ່ວຍ

ຫອມປ້ອມ: 0,1 ກິ​ໂລ

​ເກືອ: 1 ບ່ວງ​ແກງ

ການ​ກະກຽມ

​​ຜ້າ​ຂະ​ມ້າ​ຄຽນ​ແອວ

​​ຜ້າ​ຂະ​ມ້າ​ຄຽນ​ແອວ

ຊີ້ນໝູລ້າງ​ນຳ້​ໃຫ້​ສະອາດຕົ້ມ​ໃຫ້​ສຸກ,​ໄຂ່​ໄກ່ຕີ​ລວມກັນ​ແລ້ວ​ນຳ​​ໄປ​ຈືນ​ເປັນແຜ່ນ​ຕັດ​ເປັນຕ່ອນ 4 ທ່ຽມ ຂະໜາດ 1 ຂໍ້ມືປະ​ໄວ້, ຢໍ່ແລະຊີ້ນໝູນຳ​ມາ​ຕັດ​ເປັນ​ຕ່ອນສີ່ຫຼ່ຽມຂະໜາດ​ເທົ່າ​ກັນ​ກັບ​ໄຂ່, ຜັກ​ຕ່າງໆລ້າງ​ນຳ້​ໃຫ້​ສະ​ອາດ, ສຳລັບ​ຫອມ​ບົ່ວ​ໃບ ​ແມ່ນລວດກທັງ​ຫົວ​ແລະໃບ.

ວິທີ​ປຸງ ​​ຜ້າ​ຂະ​ມ້າ​ຄຽນ​ແອວ

ນຳ​ເອົາ​ສະລັດ 1 ໃບ​ພັບ​ສົ້ນ​ເຂົ້າ​ຫາ​ກັນ​ໃຫ້​ນ້ອຍ​ປະມານ 2 ຂໍ້ມື ຈາກ​ນັ້ນ​ເອົາ​ຢໍ່, ​ໄຂ່, ຊີ້ນໝູ ມາ​ຢອງ​ລຽນກັນ​ເປັນຊ້ອນໆ ແລ້ວ​ເອົາ​ໃບ​ຜັກ​ບົ່ວມາ​ມັດ​ກາງ​ໃຫ້​ແໜ້ນ​ ເຊີ່ງ​ເປັນ​ອາຫານຂອງ​ຫວ່າງ ຮັບປະທານ​ກັບ​ແຈວ​ສົ້ມ​ຫວ່ານ.

ແຊຣ.