ພິມ ພິມ

ຊູບໝາກອຶ

0

ເຄື່ອງປະກອບ

  1. ໝາກອຶ 1 ປ່ຽງ
  2. ນຳ້ຕົ້ມກະດູກໝູ 5 ຖ້ວຍນ້ອຍ
  3. ມັນຝຣັ່ງ 2 ຫົວ
  4. ເກືອ 1 ບ່ວງຊາ
  5. ພິກໄທ 1/4 ບ່ວງຊາ
  6. ນົມສົດ 2 ບ່ວງແກງ
  7. ເບີ 3 ບ່ວງແກງ
  8. ໃບຟີລິບ 2 ໃບ
  9. ເຂົາໜົມປັງ 2 ແຜ່ນ
  10. ຜັກບົ່ວສົດ 2 ຕົ້ນ

ການກະກຽມ

ໝາກອຶ, ມັນຝຣັ່ງ ປອກເປືອກອອກລ້າງນຳ້ໃຫ້ສະອາດ ປາດເປັນຕ່ອນນ້ອຍ, ຕົ້ມໃສານຳ້ຕົມກະດູກໃຫ້ ສຸກ ປະໄວ້ໃຫ້ເຢັນ ແລ້ວນຳມາປັ້ນໃຫ້ລະອຽດ ນຳເອົາໝາກອຶ 3/4 ປ່ຽງມາຊອຍບາງໆ ແລ້ວນຳມາຂົ້ວໃຫ້ຫອມ ໃຊ້ເບີປັ້ນໃຫ້ລະອຽດ, ຜັກບົ່ວສົດລວກແລ້ວຊອຍບາງໆ

ວິທີປຸງ ຊຸບໝາກອຶ

ເອົາໝາກອຶທີ່ປັ້ນແລ້ວນັ້ນ ມາຄ້າງໄຟໃຫ້ຝົດ ໃສ່ນົມສົດ, ພິກໄທ, ເກືອ ພໍສຸກຕັກໃສ່ຖ້ວຍ ເສີບພ້ອມ ເຂົ້າໜົມປັງ ທີ່ອົບໃຫ້ກອບ ແຕ່ງໜ້າດ້ວຍໃບຜັກບົ່ວລວກ

ຊຸບໝາກອຶ

ຊຸບໝາກອຶ

 

ແຊຣ.