ພິມ ພິມ

ຊີ້ນສະຫວັນ

0

ເຄື່ອງປະກອບ

  1. ຊີ້ນງົວ 1 ໂລ
  2. ນຳຕານ 6 ບ່ວງແກງ
  3. ເກືອ 1 ບ່ວງແກງ
    ຊີ້ນສະຫວັນ

    ຊີ້ນສະຫວັນ

  4. ແປ້ງນົວ 1 ບ່ວງແກງ
  5. ຂີງອ່ອນ 3 ຂີດ
  6. ງາຂາວ 1 ຂີດ
  7. ນຳ້ມັນພືດ 1 ຂີດ

ການກະກຽມ

ນຳຊີ້ນເຂົາຕູ້ເຢັນໃຫ້ແຂງ ແລ້ວນຳມາຊອຍບາງໆ ຂີງລ້າງຊອຍຕຳໃຫ້ແຫລກລະອຽດ ປັ້ນເອົາແຕ່ນຳ້.

ວິທີປຸງ ຊີ້ນສະຫວັນ

ເອົາຊີ້ນທີ່ຊອຍແລ້ວມາເອືອບໃສ່ເກືອ, ແປ້ງນົວ, ນຳ້ຕານ, ນຳ້ຂິງ ນຳມາຕາກໃສ່ກະຕ່ອງ ຫລື ພາຖາດ ນຳເອົາງາຂາວມາໂຮຍໃສ່ບາງໆ ແລ້ວເອົາມາຕາກແດດໃຫ້ແຫ້ງ.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນຂະໜາດກາງ ແລ້ວນຳຊີ້ນທີ່ຕາກແລ້ວມາຈືນໃຫ້ສຸກກອບ (ຖ້າຊອຍ ຕ່ອນໃຫຍ່ເວລາຈະຈືນໃຫ້ປາດເປັນຕ່ອນ 4 ລ່ຽມນ້ອຍ).

ແຊຣ.