ພິມ ພິມ

ເຂົ້າໜົມໃນໝາກໝີ້

0
ເຂົ້າໜົມໃນໝາກໝີ້

ເຂົ້າໜົມໃນໝາກໝີ້

ສ່ວນປະສົມ

  • ໄຂ່ເປັດ (ໄຂ່ແດງ) 16 ໜ່ວຍ
  • ທົ່ວທອງ 4 ຖ້ວຍ
  • ໜາກພ້າວຂູດບໍຕິດກັບເປືອກໃນ 6 ຂີດ
  • ນຳ້ຕານຊາຍຂາວ 7 ຖ້ວຍ
  • ນຳ້ລອຍດອກມະລິ 6 ຖ້ວຍ

ວິທີເຮັດ ເຂົ້າໜົມໃນໝາກໝີ້

  1. ຄັ້ນນຳ້ກະທິດ້ວຍນຳ້ 1ຖ້ວຍ ຈະໄດ້ຫົວກະທິ 2 ຖ້ວຍ ຍົກຂື້ນຄ້າງໄຟປະສົມທົ່ວທອງທີ່ບົດລະອຽດແລະນຳ້ຕານຊາຍລົງໄປ 1ຖ້ວຍ ກວນຈົນນຳ້ໜຽວ ຍົກລົງປ່ອຍໃຫ້ເປັນແລ້ວໃຊ້ມືປັ້ນໃຫ້ເປັນຮູບອົງລີຄືເມັດໝາກໝີ້.
  2. ປະສົມນຳ້ທີ່ເຫຼືອແລະນຳ້ຕານຊາຍຂາວທີ່ເຫຼືອຍົກຄ້າງໄຟພໍຟົດຍົກລົງມາຕອງໃຫ້ສະອາດແລ້ວຂ້ຽວຕໍ່ໃຫ້ຂຸ້ນເປັນຢາງ.
  3. ເອາຂໍ້ 1 ລົງຈຸ່ມໄຂ່ແດງທີ່ຕອງໃຫ້ລະອຽດແລ້ວ ພໍໄຂ່ແດງຕິດເມັດຂະໜຸນແລ້ວຈຶ່ງໂຍນລົງຂໍ້ 2 ທີ່ກຳລັງຮ້ອນຢູ່ (ປົງລົງແຕ່ຍັງຮ້ອນ) ເຮັດແບບນີ້ກໍ່ຈະເຕັມໜໍ້ ຈຶ່ງຍົກຂື້ນຄ້າງໄຟອີກພໍຟົດປຸດໆ ຈຶ່ງປົງລົງ ຕັກເມັດເຂົ້າໜົມມາຕາກໃຫ້ແຫ້ງຈະເປັນມັນເງົາ.
ແຊຣ.