ພິມ ພິມ

ເຂົ້າໜົມໄຂ່ໝາກພ້າວ

0

ເຄື່ອງປະກອບ : ສຳລັບ 6 ຄົນ

  • ໝາກພ້າວຜົງ : 1 ຊອງ (120 g)
  • ໄຂ່ : 3 ໜ່ວຍ
  • ແປ້ງອາເນກປະສົງ : 180 g
  • ນຳ້ຕານຊາຍແດງ : 150 g
  • ເນີຍຈືດ (ເບີ) : 100 g
  • ນຳ້ກະທິໝາກພ້າວ : 25 cl
  • ວານີລາ : 1 ກ້ານ (ຖ້າບໍ່ມີ ບໍ່ຈຳເປັນໃສ່)
  • ຜົງຢີດສ໌ : 1 ຊອງ

 

ວິທີເຮັດ ເຂົ້າໜົມໄຂ່ໝາກພ້າວ

  • ອຸ່ນເຕົາອົບປັບຄວາມຮ້ອນໃສ່ 180 ອົງສາ.
  • ເອົາເນີຍໃສ່ເຕົາໄມໂຄເວບໃຫ້ເປື່ອຍ (ຫຼື ເອົາປະໄວ້ນອກໃຫ້ເປື່ອຍກ່ອນລ່ວງໜ້າ).
  • ຕີໄຂ່ ແລະ ນຳ້ຕານໃສ່ຊາມ ຈົນໃຫ້ເປັນຟອງຂາວ.
  • ເທກະທິ ແລະ ເນີຍເປື່ອຍລົງໄປ ຕາມດ້ວຍ ແປ້ງ ແລະ ຜົງຢີດສ໌. ຫຼັງຈາກນັ້ນ, ຄົນປະສົມໃຫ້ເຂົ້າກັນ.
  • ຜ່າ ເຄີ່ງກ້ານວານີລາ ອອກເປັນສອງບ່ຽງລວງຍາວ ໃຊ້ປາຍມີດຂີດເອົາແຕ່ເນື້ອດຳທາງໃນ ແລ້ວນຳໄປໃສ່ເຄື່ອງປະສົມທີ່ກຽມໄວ້ ຕາມດ້ວຍໝາກພ້າວ ແລ້ວຄົນອີກຄັ້ງໃຫ້ເຂົ້າກັນເປັນເນື້ອແຫຼວ.
  • ທາເນີຍໃສ່ໂຮງ (ຫຼືແມ່ພີມ) ແລ້ວໂຮຍແປ້ງໃສ່ໜ້ອຍໜື່ງ (ເພື່ອບໍ່ໃຫ້ຕິດໂຮງເວລາສຸກ). ສຸດທ້າຍ ເທເຄື່ອງປະສົມໃສ່ໂຮງ.
  • ເອົາໂຮງເຂົ້າເຕົາ ໃຊ້ເວລາອົບ 40 ຫາ 45 ນາທີ. ປະໃຫ້ເຢັນ ແລ້ວຈື່ງແກະອອກຈາກໂຮງ ໂຮຍໜ້າດ້ວຍໝາກພ້າວ.
ເຂົ້າໜົມໄຂ່ໝາກພ້າວ

ເຂົ້າໜົມໄຂ່ໝາກພ້າວ

ແຊຣ.