ພິມ ພິມ

ໝາກແຕງສາຄູ

0
ໝາກແຕງສາຄູ

ໝາກແຕງສາຄູ

ເຄື່ອງປະກອບ : ສຳລັບ 4 ຄົນ

  • ໝາກແຕງສຸກງາມໆ (ເນື້ອເຫຼືອງ) : 1 ໜ່ວຍ
  • ຄຣີມແຫຼວ : 15 cl
  • ໝາກພ້າວຂູດ : 3 ບ່ວງແກງ (1 ບ່ວງເອົາໄວ້ໂຮຍແຕ່ງໜ້າ)
  • ນົມຈືດ : 20 cl
  • ກະທິໝາກພ້າວ : 20 cl
  • ສາຄູ : 50 g
  • ນຳ້ຕານ : 25 g

ວິທີເຮັດ ໝາກແຕງສາຄູ

  1. ຕົ້ມນຳ້ໃຫ້ຝົດ ເອົາສາຄູໃສ່ ໃຫ້ຄົນບໍ່ຢຸດ ປະມານ 3 ນາທີ ແລ້ວເທສາຄູໃສ່ຕະແກງໃຫ້ສະເດັດນຳ້.
  2. ປະສົມສາຄູ ກັບນຳ້ກະທິ ແລະ ນຳ້ຕານ ຄ້າງໄຟອ່ອນໆ ຄົນບໍ່ໃຫ້ຢຸດຈົນກວ່າສາຄູໄສ ຍົກອອກຈາກເຕົາ ແລ້ວປະໃຫ້ເຢັນ.
  3. ປອກໝາກແຕງ ເອົາໄນອອກ ແລ້ວຊອຍເປັນຕ່ອນສີ່ຫຼ່ຽມລູກເຕົາ ຂະໜາດ 1 cm ແລ້ວເກັບໄວ້ໃນຕູ້ເຢັນ.
  4. ຕີຄຣີມໃຫ້ເປັນຟອງ ໂດຍໃຊ້ເຄື່ອງຕີໄຟຟ້າ (ເຫຼັກ ແລະ ຖ້ວຍໃຊ້ຕີຕ້ອງເຢັນ) ເວລາຕີຄຣີມ ໃຫ້ຄ່ອຍເທໝາກພ້າວຂູດລົງໃສ່ເທື່ອລະໜ້ອຍ.
  5. ເວລາເສີບ ໃຊ້ຈອກປາກກວ້າງ ເອົາສາຄູໃສ່ຈອກ ຕາມດ້ວຍໝາກແຕງ ສຸດທ້າຍຕັກຄຣີມທີ່ຕີເປັນຟອງຢອງໃສ່.
  6. ໂຮຍໜ້າດ້ວຍໝາກພ້າວຂູດ.
  7. ພ້ອມເສີບທັນທີ.
ແຊຣ.