ພິມ ພິມ

ເຂົ້າໜົມໄຂ່ໃສ່ອາມ້ອນ

0
ເຂົ້າໜົມໄຂ່ໃສ່ອາມ້ອນ

ເຂົ້າໜົມໄຂ່ໃສ່ອາມ້ອນ

ເຄື່ອງປະກອບ : ສຳລັບ 6 ຄົນ

  • ໄຂ່ : 4 ໜ່ວຍ
  • ອາມ້ອນຜົງ : 200 g
  • ນຳ້ຕານຊາຍ : 180 g
  • ເນີຍຈືດ (ເບີ) : 100 g
  • ນຳ້ຕານວານີລາ : 1 ຊອງ

ວິທີເຮັດ ເຂົ້າໜົມໄຂ່ໃສ່ອາມ້ອນ

  1. ອຸ່ນເຕົາອົບປັບຄວາມຮ້ອນໃສ່ 180 ອົງສາ.
  2. ຕີໄຂ່ໃສ່ ນຳ້ຕານຊາຍ ແລະ ນຳ້ຕານວານີລາ ຈົນເປັນຟອງຂາວ.
  3. ໃນເວລາດຽວກັນນັ້ນ, ເອົາເນີຍໃສ່ເຕົາໄມໂຄເວບໃຫ້ເປື່ອຍ (ຫຼື ເອົາປະໄວ້ນອກໃຫ້ເປື່ອຍກ່ອນລ່ວງໜ້າ). ເອົາເນີຍເປື່ອຍໃສ່ເຄື່ອງປະສົມທີ່ຕີປະໄວ້. ສຸດທ້າຍ, ເທອາມ້ອນໃສ່ ແລ້ວຄົນໃຫ້ເປັນເນື້ອດຽວກັນ.
  4. ທາເນີຍໃສ່ໂຮງ (ແມ່ພີມ) ແລ້ວເທເຄື່ອງປະສົມລົງໄປ.
  5. ເອົາເຂົ້າເຕົາອົບ ໃຊ້ເວລາ 20 ຫາ 30 ນາທີ. ໜ້າເຂົ້າໜົມຕ້ອງເຫຼືອງດີ.
  6. ລໍຖ້າໃຫ້ເຂົ້າໜົມເຢັນ ແລ້ວເອົານຳ້ຕານຝຸ່ນໂຮຍໜ້າ.
ແຊຣ.