ພິມ ພິມ

ໝາກພ້າວປັ້ນ

0
ໝາກພ້າວປັ້ນ

ໝາກພ້າວປັ້ນ

ເຄື່ອງປະກອບ : ສຳລັບ 4 ຄົນ

  • ນົມຂຸ້ນຫວານ : 200 g
  • ໝາກພ້າວຜົງ : 150 g
  • ໝາກພ້າວຜົງ : 60 g (ສຳລັບໄວ້ເຄືອບ)

ວິທີເຮັດ ໝາກພ້າວປັ້ນ

  1. ປະສົມນົມ ກັບ ໝາກພ້າວ 150 g.
  2. ໃຊ້ໄມ້ກະດ້າມແປຄົນໃຫ້ເປັນເນື້ອດຽວກັນ.
  3. ໃຊ້ບ່ວງນ້ອຍຕັກເຄື່ອງປະສົມໃສ່ຝາມື ແລ້ວກີ້ງໃຫ້ເປັນກ້ອນມົນໆ (ມືຕ້ອງຊຸມ ເພື່ອບໍ່ໃຫ້ຕິດ).
  4. ເທໝາກພ້າວໃສ່ຖ້ວຍນ້ອຍ ເອົາກ້ອນທີ່ປັ້ນແລ້ວມາກີ້ງໃສ່ໝາກພ້າວໃຫ້ທົ່ວ.
  5. ເອົາໝາກພ້າວປັ້ນວາງໃສ່ຈານ ແລ້ວເອົາໄປໃສ່ຕູ້ເຢັນ 2 ຊົ່ວໂມງ.
  6. ຮັບປະທານກັບນຳ້ຊາ.
ແຊຣ.