ພິມ ພິມ

ກ້ວຍຈືນ

0
ກ້ວຍຈືນ

ກ້ວຍຈືນ

ສ່ວນປະສົມ

  • ກ້ວຍນຳ້ 1 ຫວີ ປະມານ 12 – 14 ໜ່ວຍ
  • ແປ້ງເຂົ້າຈ້າວ 2 ຖ້ວຍ
  • ແປ້ງສາລີ 3/4 ຖ້ວຍ
  • ຜົງຟູ 1 ½ ບ່ວງກາເຟ
  • ໝາກພ້າວຂູດ 1 1/2 ຖ້ວຍ
  • ນຳ້ 1 ຖ້ວຍ
  • ນຳ້ປູນໃສ 1/2 ຖ້ວຍ
  • ງາຂາວຂົ້ວ 5 ບ່ວງ
  • ນຳ້ມັນສຳລັບຈືນ 3 ຖ້ວຍ
  • ນຳ້ຕານຊາຍ 3 ບ່ວງ

ວິທີເຮັດ ກ້ວຍຈືນ

ນຳສ່ວນປະສົມທີ່ເປັນແປ້ງຄື ແປ້ງເຂົ້າຈ້າວ, ແປ້ງສາລີ ແລະຜົງຟູ ຮ່ອນເຂົ້າກັນ 2-3 ເທື່ອ ໃສ່ເກຶອຄົນໃຫ້ເຂົ້າກັນ.

ນຳກ້ວຍມາປອກເປືອກເທື່ອລະໜ່ວຍ ຜ່າຕາມລວງຍາວເປັນ 4 ຕ່ອນໃສ່ລົງໄປໃນຊາມແປ້ງ.

ຄ້າງນຳ້ມັນໃຫ້ໝໍ້ຮ້ອນ ນຳກ້ວຍຊຸບແປ້ງໄປທອດ ຈົນແປ້ງເຫຼືອງກອບຕ້ອງຄ່ອຍປີ້ນທັງ 2 ດ້ານ ເມື່ອສຸກຕັກຂື້ນໃສ່ຕະແກງໃຫ້ສະເດັດນຳ້ມັນ.

ແຊຣ.