![ຄັບເຄັກ ຊ໊ອດໂກແລັດ](http://www.kinzapzap.com/wp-content/uploads/2015/05/cach-lam-banh-cupcake-socola-xop-mem-don-gian.jpg)
ຄັບເຄັກ ຊ໊ອດໂກແລັດ
ສ່ວນປະສົມ
- ແປ້ງເຄັກຊ໊ອກໂກແລັດສໍາເລັດຮູບ 1 ກ່ອງ
- ຄຸກກີ້ຊະນິດແຜ່ນຕາມມັກ 1 ຫໍ່
- ໂອຣິໂອ້ 1 ຫໍ່
- ເຂົ້າໜົມອົມ 1 ຫໍ່
- ຄຣີມຟໍສຕິ້ງຊ໊ອກໂກແລັດສໍາເລັດຮູບ 1 ກະປ໋ອງ
- ໂຖງຊິປລ໊ອກ
ວິທີເຮັດ ຄັບເຄັກ ຊ໊ອດໂກແລັດ
- ເຮັດຄັບເຄັກຊ໊ອກໂກແລັດຕາມວິທີເຮັດຂ້າງກ່ອງນໍາໄປອົບຈົນສຸກຈາກນັ້ນວາງປະໄວ້ຈົນເຢັນ
- ນໍາໄສ້ຄຣີມອອກຈາກໂອຣີໂອ້ນໍາໄປບົດຈົນລະອຽດ
- ຕັດແຕ່ງຄຸກກີ້ ຫຼື ບິດກິດແຜ່ນໃຫ້ມີລັກສະນະສີ່ຫຼ່ຽມ
- ຕັກຄຣີມຟໍສຕິ້ງລົງໃນໂຖງຊິປລ໊ອກຕັດປາຍໂຖງອອກເລັກນ້ອຍ.
- ໃຊ້ປາຍນີ້ວມືເຈາະເທິງຄັບເຄັກແລ້ວໂຮຍໂອ້ຣີໂອ້ບົດສຸດທ້າຍວາງເຂົ້າໜົມອົມລົງໄປພ້ອມເສີບ