ພິມ ພິມ

ຄັບເຄັກ ຊ໊ອດໂກແລັດ

0
ຄັບເຄັກ ຊ໊ອດໂກແລັດ

ຄັບເຄັກ ຊ໊ອດໂກແລັດ

ສ່ວນປະສົມ

  • ແປ້ງເຄັກຊ໊ອກໂກແລັດສໍາເລັດຮູບ 1 ກ່ອງ
  • ຄຸກກີ້ຊະນິດແຜ່ນຕາມມັກ 1 ຫໍ່
  • ໂອຣິໂອ້ 1 ຫໍ່
  • ເຂົ້າໜົມອົມ 1 ຫໍ່
  • ຄຣີມຟໍສຕິ້ງຊ໊ອກໂກແລັດສໍາເລັດຮູບ 1 ກະປ໋ອງ
  • ໂຖງຊິປລ໊ອກ

ວິທີເຮັດ ຄັບເຄັກ ຊ໊ອດໂກແລັດ

  1. ເຮັດຄັບເຄັກຊ໊ອກໂກແລັດຕາມວິທີເຮັດຂ້າງກ່ອງນໍາໄປອົບຈົນສຸກຈາກນັ້ນວາງປະໄວ້ຈົນເຢັນ
  2. ນໍາໄສ້ຄຣີມອອກຈາກໂອຣີໂອ້ນໍາໄປບົດຈົນລະອຽດ
  3. ຕັດແຕ່ງຄຸກກີ້ ຫຼື ບິດກິດແຜ່ນໃຫ້ມີລັກສະນະສີ່ຫຼ່ຽມ
  4. ຕັກຄຣີມຟໍສຕິ້ງລົງໃນໂຖງຊິປລ໊ອກຕັດປາຍໂຖງອອກເລັກນ້ອຍ.
  5. ໃຊ້ປາຍນີ້ວມືເຈາະເທິງຄັບເຄັກແລ້ວໂຮຍໂອ້ຣີໂອ້ບົດສຸດທ້າຍວາງເຂົ້າໜົມອົມລົງໄປພ້ອມເສີບ
ແຊຣ.