ພິມ ພິມ

ຕົ້ມຍຳກຸ້ງ

0

ເຄື່ອງປະກອບ

ຕົ້ມຍຳກຸ້ງ

ຕົ້ມຍຳກຸ້ງ

  • ກຸ້ງ (ຂະໜາດກາງ): 4 ຂິດ
  • ຫົວສີໄຄ: 2 ຫົວ
  • ໃຍຂີ້ຫຸດ: 5 ໃບ
  • ໝາກເຜັດຂີ້ໜູ: 10 ໜ່ວຍ
  • ຂ່າ: 5 ຝານພໍດີ
  • ນຳ້ພິກເຜົາ: 1 ບ່ວງຊາ
  • ເຫັດເຟືອງ: 1 ຂິດ
  • ນຳ້ປາ: 2 ບ່ວງແກງ
  • ນຳ້ໝາກຂາມປຽກ: 2 ບ່ວງແກງ
  • ນຳ້ຊຸບໄກ່: 3 ຖ້ວຍ

ການກະກຽມ

ກຸ້ງລ້າງໃຫ້ສະອາດແກະກາບອອກຜ່າຫຼັງເອົາເສັ້ນດຳອອກຈົ່ງຫາງໄວ້, ເອົາຫົວສີໄຄທູບພໍແຕກ, ເຫັດເຟືອງລ້າງນຳ້ໃຫ້ສະອາດ ແລ້ວຜ່າເຄີ່ງປະໄວ້

ວິທີປຸງ ຕົ້ມຍຳກຸ້ງ

ເອົານຳ້ຊຸບໃສ່ໝໍ້ຄ້າງໄຟໃຫ້ຟົດເອົາຫົວສີໄຄ, ຂ່າ, ໃບຂີ້ຫຸດ, ກຸ້ງ ໃສ່ພໍຟົດເອົາເຫັດເຟືອງລົງໃສ່ຄົນໃຫ້ທົ່ວ, ປຸງລົດດ້ວຍນຳ້ພິກເຜົາ, ນຳ້ປາ, ນຳ້ພິກເຜົາ ໂຮຍໜ້າດ້ວຍໝາກເຜັດຂີ້ໜູ ປົງລົງຕັກໃສ່ຖ້ວຍ ແລ້ວ ເສີບຮ້ອນໆ

ແຊຣ.