ພິມ ພິມ

ຕົ້ມຍຳນຳ້ຂຸ້ນ

0

ເຄື່ອງປະກອບ

  • ກຸ້ງກຸລາດຳ: 1 ກິໂລ
  • ກະທິໝາກພ້າວ: 2 ຖ້ວຍ
  • ເຫັດເຟືອງ: 300g
  • ສີໄຄ: 2 ຫົວ
  • ຂ່າ: 5 ຝານ
  • ໃບຂີ້ຫູດ: 5 ໃບ
  • ນຳ້ປາ: 2 ບ່ວງແກງ
  • ນຳ້ໝາກຂາມ: 1 ຖ້ວຍ
  • ຫອມປ້ອມ: 1 ມັດ
  • ຫອມບົ່ວໃບ: 1 ມັດ
  • ໝາກເຜັດດິບແດງ: 5 ໜ່ວຍ
  • ເກືອ: 1/2 ບ່ວງແກງ
ຕົ້ມຍຳນຳ້ຂຸ້ນ

ຕົ້ມຍຳນຳ້ຂຸ້ນ

ວິທີປຸງ ຕົ້ມຍຳນຳ້ຂຸ້ນ

ກຸ້ງແກະເປືອກອອກຜ່າຫຼັງເອົາເສັ້ນດຳອອກ, ເຫັດລ້າງແລ້ວຜ່າເຄິ່ງ, ສີໄຄຄ່າ, ໝາກເຜັດ, ຜັກບົ່ວລ້າງແລ້ວຊອຍສະຫຼຽງປະໄວ້.

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ແລ້ວນຳເຄື່ອງຫອມລົງຕົ້ມ ໃຫ້ຫອມແລ້ວເອົາກຸ້ງລົງຕົ້ມໃສ່ໃຫ້ສຸກ ໃສ່ເຄື່ອງປຸງຕ່າງໆພ້ອມດ້ວຍເຫັດປຸງລົດໃຫ້ພໍດີ ໃຫ້ອອກລົດສົ້ມເລັກນ້ອຍ ເວລາປົງລົງໃຫ້ຖອກນຳ້ກະທີລົງໃສ່ ຖ້າບໍ່ມີກະທີໃສ່ນົມສົດແທນກໍ່ໄດ້.

ແຊຣ.