ພິມ ພິມ

ປາໜື້ງໝາກນາວ

0

ເຄື່ອງປະກອບ

ປານີນ ຫຼື ປານາງ: 1 ກິໂລ

ຊ້ອີ້ວຂາວ: 3 ບ່ວງແກງ

ຊີອີ້ວພູເຂົາທອງ: 3 ບ່ວງແກງ

ເກືອ: 1 ບ່ວງຊາ

ໝາກນາວ: 5 ໜ່ວຍ

ຜັກທຽມ: 5 ຫົວ

ໝາກເຜັດດິບແດງ: 10-15 ໜ່ວຍ

ນຳ້ປາ: 1/2 ຖ້ວຍ

ນຳ້ຕານ: 1/2 ຖ້ວຍ

ຫອມປ້ອມ: 1 ມັດ

ປາໜື້ງໝາກນາວ

ປາໜື້ງໝາກນາວ

ວິທີປຸງ ປາໜື້ງໝາກນາວ

ປາຄົວເຊາະເກັດແລ້ວເອົາຄີອອກ ນຳມາຫັນຂ້າງທັງສອງເບື້ອງແລ້ວ ເອື້ອບໃສ່ເຄື່ອງປຸງຕ່າງໆປະໄວ້ 10 ນາທີ. ຫອມປ້ອມເດັດເປັນໃບແລະເຮັດແຈ່ວສົ້ມຫວານປະໄວ້.

ນຳປາທີເອື້ອບແລ້ວມາໃສ່ຊື່ງໜື້ງໃຫ້ສຸກ ປະມານ 30 ນາທີເວລາປົງລົງ ໃຫ້ເອົາແຈ່ວທີເຮັດໄວ້ນັ້ນຮວດໃສ່ແລະປາດໝາກນາວປ່ຽງບາງໆຍອງໃສ່ໂຮຍໜ້າດ້ວຍໃບຫອມປ້ອມ.

ແຊຣ.