ພິມ ພິມ

ເຂົ້າປັ້ນໜ້າກຸ້ງ

0

​ເຂົ້າ​ສຸ​ຊິ

 ເຄື່ອງປະກອບ

  1. ເຂົ້າຈ້າວ 3 ຖ້ວຍ
  2. ເຂົ້າໜຽວ 1 ຖ້ວຍ
  3. ນຳ້ 5 ຖ້ວຍ
  4. ນຳ້​ສຸ​ຊິ ( ນ້ຳ​ສົ້ມ 3 ບ່ວງ​ແກງ, ນ້ຳຕານ 2 ບວງ​ແກງ, ​ເກືອ 1/2 ບ່ວງ​ແກງ )

ວິທີປຸງ

ນຳ​ເຂົ້າ​ມາ​ລ້າງ​ແລ້ວ​ຊາວ​ໃຫ້​ເຂົ້າກັນ​ ໃສ່ນຳ້ສຸ​ຊິ​​ແລ້ວ​ນຳ​​ໄປ​ຫຸງ​ໃຫ້​ສຸກ ຫຼື ຈະ​ຫຸງ​ສຸກ​​ແລ້ວ​ຈຶ່ງ​ນຳ​ມາຊາວ​ໃສ່​ນຳ້​ສຸ​ຊິ​ ກໍ່ໄດ້.

​ເຂົ້າ​ປັ້ນໜ້າກຸ້ງ

ເຄື່ອງປະກອບ

  1. ​ເຂົ້າ​ປັ້ນໜ້າກຸ້ງ

    ​ເຂົ້າ​ປັ້ນໜ້າກຸ້ງ

    ກຸ້ງ​ກຸລາ​ດຳ​ໂຕ​ໃຫຍ່ 7 ໂຕ

  2. ເຂົ້າ​ສຸ​ຊິ 1/2 ຖ້ວຍ
  3. ວາ​ສະ​ບິ 1 ບ່ວງ​ຊາ
  4. ຂີງ​ດອງ 2 ບ່ວງ​ແກງ
  5. ນຳ້​ແຈ່ວ ປາ​ດິບ
  6. ໄມ້​ສຳລັບ​ສຽບກຸ້ງ

ວິທີປຸງ​ເຂົ້າ​ປັ້ນໜ້າກຸ້ງ

ກຸ້ງ​ລ້າງ​ນຳ້​ໃຫ້​ສະອາດ​ແລ້ວ​ນຳ​ໄມ້​ມາສຽບກຸ້ງ​ທັງ​ເປືອກ ຄວນ​ສຽບທາງ​ຫາງ​ກຸ້ງ​ຂື້ນ​ມາ​ເພື່ອ​ໃຫ້​ກຸ້ງ​ຊື່​ແລ້ວ​ນຳ​​ໄປ​ລວດ​ໃນ​ນຳ້ຮ້ອນ​ ເມື່ອ​ກຸ້ງ​ສຸກ​ແລ້ວ​ນຳ​ກຸ້ງ​ຂື້ນ​ມາ​ແລ້ວ​ດຶງ​ໄມ້​ອອກ​ ​ແກະ​ກາບ​ເດັດ​ຫົວ ຈົ່ງ​ຫາງ​ໄວ້​ແລ້ວ​ເອົາ​ມີດ​ແຜ່​ທອງກຸ້ງ​ໄປ​ຕາມ​ລວງ​ຍາວ ​ແຕ່​ບໍ່​ໃຫ້​ຂາດ​ອອກ​ຈາກ​ກັນ, ບັ້ນ​ເຂົ້າ​ສຸ​ຊິເປັນ​ກ້ອນ​ກົມ ຫຼື ກ້ອນ​ສີ່ຫຼ່ຽມ ​ແລ້ວ​ນຳ​ກຸ້ງ​ມາ​ວາງ​ເທິງ ​ເຮັດຈົນໝົດກຸ້ງ​ຈັດ​ເຂົ້າ​ປັ້ນ​ໃສ່​ຈານ ກິນ​ກັບ​ຂີງ​ດອງ ວາ​ສາ​ບິ ແລະ ສະອິວ.

ແຊຣ.