ພິມ ພິມ

ໝູແດງ

0
ໝູແດງ

ໝູແດງ

ສ່ວນປະກອບ

  • ຊີ້ນສັນໝູ: 500 gr
  • ເຄື່ອງອົບທ່ອນ: 2 ທ່ອນ
  • ເຄື່ອງອົບດອກ: 2 ດອກ
  • ຜັກທຍມແຫ້ງສັບ: 1 ບ່ວງແກງ
  • ຊອດໝາກເລັ່ນ: 2 ບ່ວງແກງ
  • ພິກໄທບົດ: 1 ບ່ວງກາເຟ
  • ນຳ້ຕານຊາຍ: 2 ບ່ວງແກງ
  • ນຳ້ເຜີ້ງ: 2 ບ່ວງແກງ
  • ນຳ້ມັນຫອຍ: 2 ບ່ວງແກງ
  • ສະອີວຂາວ: 2 ບ່ວງແກງ
  • ເກືອ: ½ ບ່ວງກາເຟ

ວິທີປຸງແຕ່ງ ໝູແດງ

ເອົາເຄື່ອງອົບມາຂົ້ວຈົນຫອມດີແລ້ວປະໄວ້. ປະສົມເຄື່ອງອົບ, ນຳ້ຕານ, ນຳ້ເຜີ້ງ, ຊອດໝາກເລັ່ນ, ນຳ້ມັນຫອຍ, ຊະອີວຂາວ ແລະ ເກືອ ຄົນເຂົ້າກັນໃຫ້ດີ. ເອົາຊີ້ນສັນໝູມາເອືອບໃສ່ເຄື່ອງປຸງທີ່ກຽມໄວ້ ແລ້ວມັກໄວ້ 3-4 ຊົ່ວໂມງ. ເອົາໄປຕົ້ມໃສ່ນຳ້ພໍດີຖ້ວມຊີ້ນ ໃສ່ໄຟປານກາງຖ້າຈົນກົ່ວນຳ້ຟົດ ພ່ອນໄຟລົງອ່ອນໆລໍຖ້າຈົນຊີ້ນສຸກດີ. ຕັກໃສ່ຖາດເພື່ອອົບ. ນຳໄປອົບປະມານ 15 ນາທີ ໃສ່ອຸນນະພູມ 180 ອົງສາ ຈົນຜິວຂອງຊີ້ນແຫ້ງດີ ແລ້ວນຳອອກຈາກເຕົາເພື່ອໄປຊອຍບາງໆ ພ້ອມເສີບ.

ແຊຣ.