ພິມ ພິມ

ເຂົ້າມັນໄກ່

0

ເຄື່ອງປະກອບ

ເຂົ້າມັນໄກ່

ເຂົ້າມັນໄກ່

ຊີ້ນໄກ່: 1/2 ກິໂລ

ເຂົ້າຈ້າວ: 6 ຖ້ວຍ

ເຂົ້າໜຽວ: 2 ຖ້ວຍ

ໃບເຕີຍ: 2 ໃບ

ຜັກທຽມສັບ: 1 ບ່ວງແກງ

ນຳ້ມັນໄກ່ ຫຼື ນຳ້ມັນພືດ 2 ບ່ວງແກງ

ນຳ້ຊຸບ: 6,5 ຖ້ວຍ

ວິທີເຮັດ ເຂົ້າມັນໄກ່

ເອົາເຂົ້າລ້າງນຳ້ໃຫ້ສະອາດ ເອົານຳ້ມັນໃສ່ໝໍ້ ເອົາຜັກທຽມລົງຂົ້ວໃສ່ໃຫ້ຫອມ ແລ້ວເອົາເຂົ້າ ທີ່ລ້າງໄວ້ຂົ້ວໃສ່ໃຫ້ແຮມແລະຫອມ ຫຼັງຈາກນັ້ນເອົາໃບເຕີຍໃສ່ກົ້ນໝໍ້ ເອົາເຂົ້າໃສ່ນຳ້ຊຸບແລ້ວຮຸງໃຫ້ ສຸກ (ສຳລັບຊີ້ນໄກ່ຕົ້ມໃສ່ເກືອ ແລະນຳນຳ້ຕົ້ມໄກ່ມາເປັນນຳ້ຊຸບ).

ວິທີເຮັດແຈ່ວ

ຂີງອ່ອນຊອຍແລ້ວສັບລະອຽດ 1/2 ຖ້ວຍ, ຜັກທຽມຊອຍແລ້ວສັບ 1/2 ຖ້ວຍ. ຟັກເພັດຊອຍ ແລ້ວສັບ 1/2 ຖ້ວຍ. ນຳ້ເຕົ້າຈຽວແຍກເອົາແຕ່ແກ່ນແລ້ວຕຳໃຫ້ລະອຽດ 1/2 ຖ້ວຍ, ນຳ້ສົ້ມ 1/2 ຖ້ວຍ, ນຳ້ຕານ 1/2 ຖ້ວຍ ນຳເຄື່ອງທຸກຢ່າງນີ້ມາປະສົມເຂົ້າກັນ.

−       ແຕ່ງໜ້າຈານ

−       ຫອມປ້ອມ, ໝາກແຕງ

ແຊຣ.