ພິມ ພິມ

ຫຸມຊີ້ນໝູ

0

ເຄື່ອງປະກອບ

1.       ຊີ້ນໝູ 1 ໂລ

2.       ສະອີ້ວ 2 ບ່ວງແກງ

3.      ນຳ້ປາ 2 ບ່ວງແກງ

4.       ເກືອ 1 ບ່ວງແກງ

5.       ນຳ້ຕານ 1 ຖ້ວຍນ້ອຍ

6.       ພິກໄທ 1 ບ່ວງຊາ

7.       ຜັກທຽມ 1 ບ່ວງຊາ

8.      ອ້ອຍ ຫລື ໝາກນັດ 1 ທ່ອນ

9.       ນຳ້ມັນພືດ ຫລື ເບີ 2 ບ່ວງແກງ

10.     ໝາກພ້າວອ່ອນ 1 ໜ່ວຍ

11.     ເຫລົ້າ 2 ບ່ວງແກງ

12.     ກະລົດ 2 ຫົວ

13.     ຖົ່ວກະແວ 1 ຂີດ

14.     ຫົວຜັກກາດ 2 ຫົວ

15.     ຂະນໍ 1.5 ບ່ວງຊາ

 

ການກະກຽມ

ຊີ້ນໝູລ້າງນຳ້ໃຫ້ສະອາດປາດເປັນຕ່ອນໃຫຍ່ພໍສົມຄວນ, ໃສ່ນຳ້ສະອີ້ວ, ນຳ້ປາ, ນຳ້ຕານ, ພິກໄທ, ຜັກທຽມ, ເຫລົ້າ ຄັ້ນໃສ່ກັບຊີ້ນປະໄວ້, ອ້ອຍລ້າງນຳ້ໃຫ້ສະອາດຕັດໃຫ້ສັ້ນ ຫຸມພໍແຕກ, ໝາກພ້າວຜ່າແຕກນຳ້.

ວິທີປຸງ ຫຸມຊີ້ນໝູ

ເອົານຳ້ຕານລົງຂ້ຽວໃຫ້ແດງ ເອົານຳາກພ້າວໃສ່, ເອົາອ້ອຍລົງຮອງກົ້ນໝໍ້ ແລ້ວເອົາຊີ້ນລົງຮຽງໃສ່ພໍດີ, ເອົຝາໝໍ້ປິດໄວ້ໃຫ້ແໜ້ນ ພໍຊີ້ນເປື່ອຍ ແລ້ວປົງລົງປະໄວ້ໃຫ້ເຢັນແລ້ວນຳມາຊອຍເປັນຕ່ອນໃຫຍ່ພໍສົມຄວນ ຈັດໃສ່ຈານໃຫ້ງາມພ້ອມດ້ວຍຜັກ, ລາດດ້ວຍນຳ້ທີ່ຫຸມຊີ້ນນັ້ນໃຫ້ງາມ.

ຫຸມຊີ້ນໝູ

ຫຸມຊີ້ນໝູ

ແຊຣ.