ພິມ ພິມ

ສະເຕ້ກງົວ

0

ເຄື່ອງປະກອບ

  1. ຊີ້ນຊັ້ນໃນງົວຢ່າງດີ 0.5 ໂລ
  2. ເກືອ 1 ບ່ວງຊາ
  3. ພິກໄທ1 ບ່ວງຊາ
  4. ເບີ ຫລື ນຳ້ມັນພືດ 1/4 ຖ້ວຍນ້ອຍ
  5. ມັນຝຣັ່ງ 0.3 ໂລ
  6. ຖົ່ວກາແວ 0.2 ໂລ
  7. ກາລົດ 0.2 ໂລ
  8. ຜັກທຽມສັບລະອຽດ 1 ບ່ວງແກງ

ການກະກຽມ

ເອົາຊີ້ນລ້າງນຳ້ໃຫ້ສະອາດປາດເປັນຕ່ອນເໝາະທີ່ຈະຮັບປະທານໄດ້, ຕ້ອງໃຊ້ຄ້ອນທຸບເທື່ອລະຕ່ອນ ເພື່ອໃຫ້ໄຍຊີ້ນຂາດ, ຖ້າບໍ່ມີຄ້ອນໃຫ້ເອົາສາກ, ມັນຝຣັ່ງປອກເປືອກອອກປາດເປັນຕ່ອນຍາວຂະໜາດ 1 ນິ້ວມື, ໝາກຖົ່ວກະແວຕັດຫົວປາຍອອກ, ກະລົດປອກເປືອກອອກຕັດເປັນຕ່ອນຂະໜາດທໍ່ນິ້ວມື ທັງສອງຢ່າງນີ້ ນຳໄປລວກໃຫ້ສຸກ ແລ້ວນຳມາຂົ້ວໃສ່ເບີ, ພິກໄທ, ເກືອ, ຜັກທຽມ ເພື່ອເສີບພ້ອມສະເຕັກ, ມັນຝຣັ່ງຈືນໃຫ້ເຫລືອງກອບ

ວິທີປຸງ ສະເຕັກງົວ

ນຳຊີ້ນທີ່ທຸບແລ້ວມາໂຮຍໃສ່ເກືອ, ພິກໄທ ແຕ່ລະຕ່ອນໃຫ້ທົ່ວປະມານ 30 ນາທີ ຈຶ່ງນຳມາຈືນ, ໃຊ້ໝໍ້ທີ່ທຳນຳ້ມັນ ຫລື ທອດໃສ່ຈານສະເຕັກຮ້ອນ ເອົາຊີ້ນໃສ່ ພໍເລີ່ມສຸກປີ້ນຂຶ້ນ ແລ້ວເອົານຳ້ມັນຢອດລົງ ໃສ່ຕ່ອນຊີ້ນ ບໍ່ຄວນໃສ່ນຳ້ມັນຫລາຍ ພໍສຸກຕັກໃສ່ຈານ ກິນກັບເຂົ້າຈີ່ ແລະ ເຄື່ອງທີ່ທອດມ້ຽນ.

ໝາຍເຫດ: ລັກສະນະຂອງສະເຕັກທີ່ດີ ຂ້າງນອກຂ້ອນຂ້າງເຫລືງ ຂ້າງໃນແມ່ນອ່ອນນຸ້ມ ເພາະຊີ້ນທີ່ມັກແລ້ວ ນຳມາປຸງ ຈະນຸ້ມກວ່າຊີ້ນທີ່ຍັງບໍ່ທັນໄດ້ມັກ.

ສະເຕັກງົວ

ສະເຕັກງົວ

 

ແຊຣ.