ພິມ ພິມ

ຍຳໝາກກ້ຽງໃຫຍ່

0

ເຄື່ອງປະກອບ : ສຳລັບ 4 ຄົນ

ຍຳໝາກກ້ຽງໃຫຍ່

ຍຳໝາກກ້ຽງໃຫຍ່

  • ຫົວຜັກບົ່ວແດງ : 1 ຫົວ
  • ໝາກກ້ຽງໃຫຍ່ : 2 ໜ່ວຍ
  • ຜັກບົ່ວໃບ (ຊອຍ) : 2 ຕົ້ນ
  • ໝາກເຜັດແດງສົດ (ຊອຍ) : 2 ໜ່ວຍ ຫຼື ຕາມໃຈມັກ
  • ຜັກຫອມປ້ອມ (ຊອຍເອົາແຕ່ໃບ) : 2 ຕົ້ນ
  • ຖົ່ວດິນຂົ້ວ : 70 g
  • ນຳ້ໝາກນາວ : 60 ml
  • ນຳ້ສະອີວ : 1 ບ່ວງແກງ
  • ກະທຽມຕຳ : 2 ງີມ
  • ນຳ້ຕານຊາຍແດງ : 1 ບ່ວງແກງ

ວິທີເຮັດ ຍຳໝາກກ້ຽງໃຫຍ່

  1. ຫົວຜັກບົ່ວແດງຜ່າເຄີ່ງ ແລ້ວຊອຍເປັນເສັ້ນບາງໆ.
  2. ປອກເປືອກໝາກກ້ຽງໃຫຍ່ ໃຊ້ມີດປາດໃຫ້ເຂົ້າຈຳເຖີງເນື້ອ ແລ້ວ ປາດເປັນງີມບໍ່ໃຫ້ມີເປືອກຕິດ. ເອົາໝາກກ້ຽງໃສ່ຊາມແກ້ວ ໃສ່ຫົວຜັກບົ່ວ, ໝາກເຜັດ, ຫອມປ້ອມ ແລະ ຖົ່ວດິນ.
  3. ຕີນຳ້ຍຳໃສ່ຖ້ວຍນ້ອຍ, ໃສ່ນຳ້ໝາກນາວ, ນຳ້ສະອີວ, ກະທຽມ ແລະ ນຳ້ຕານ. ຕີຈົນໃຫ້ນຳ້ຕານເປື່ອຍ ແລ້ວເທໃສ່ຊາມໝາກກ້ຽງທີ່ກຽມໄວ້ ຄົນໃຫ້ເຂົ້າກັນ ພ້ອມເສີບທັນທີ.
ແຊຣ.