ພິມ ພິມ

ຜັດກະເພົາໄກ່

0

 ເຄື່ອງປະກອບ

  • ຊີ້ນໄກ່ 0.5 ໂລ
  • ຫອມບົ່ວແດງ 1 ກລາມ
  • ຫອມບົ່ວໃຫຍ່ 1 ຫົວ
  • ກະເພົາ 2 ຂີດ
  • ໝາກເຜັດນ້ອຍ 15 ໜ່ວຍ
  • ແປ້ງນົວ 1 ບ່ວງຊາ
  • ສະອິ້ວພູເຂົາທອງ  3 ບ່ວງແກງ
  • ນຳ້ມັນຫອຍ 1/2 ຖ້ວຍນ້ອຍ
  • ສະອີ້ວຂາວ 3 ບ່ວງແກງ
  • ນຳ້ຕານ 1 ບ່ວງຊາ
  • ພິກໄທ 1 ບ່ວງຊາ
  • ນຳ້ມັນພືດ 3 ບ່ວງແກງ
  • ພິກເຜົາ 1 ບ່ວງແກງ
  • ກະທຽມ 1 ຫົວ

 

 

ການກະກຽມ

ຊີ້ນໄກ່ລືບນັງອອກລ້າງນຳ້ໃຫ້ສະອາດຝັກພໍແຫລກ, ຫົວບົ່ວແດງປອກກາບອອກຊອຍເປັນຕ່ອນພໍດີ, ຜັກບົ່ວໃຫຍ່ປອກເປືອກອອກລ້າງນຳ້ໃຫ້ສະອາດຊອຍເປັນຕ່ອນພໍດີຕາມລວງຍາວຂອງຫົວ, ໃບກະເພົາລ້າງ ນຳ້ເດັດເປັນໃບປະໄວ້, ໝາກເຜັດນ້ອຍຊອຍເປັນຕ່ອນສະຫລຽງ, ຜັກທຽມແກະກາບຍອອກທຸບພໍແຕກ.

ວິທີປຸງ ຜັດກະເພົາໄກ່

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາຜັກທຽມ, ໝາກເຜັດລົງຂົວພໍຫອມ ເອົາຊີ້ນໄກ່ລົງຂົ້ວ ພ້ອມດ້ວຍຫອມບົ່ວແດງ, ຜັກບົ່ວໃຫຍ່ ລົງຂົ້ວໃຫ້ເຂົ້າກັນ ປຸງລົດໃຫ້ພໍດີ ໃສ່ສະອີ້ວ, ນຳ້ມັນຫອຍ, ພິກໄທ, ແປ້ງນົວ, ນຳ້ຕານ, ພິກເຜົາ, ໃບກະເພົາ ຄົນໃຫ້ທົ່ວພໍສຸກ ແລ້ວປົງວລົງໃສ່ຈານເສີບຮ້ອນໆ

ຜັດກະເພົາໄກ່

ຜັດກະເພົາໄກ່

 

 

ແຊຣ.