ພິມ ພິມ

ປາເຈລະມິດຂົ້ວແຫ້ງ

0

ເຄື່ອງປະກອບ

ປາເຈລະມິດເອົາແຕ່ຊີ້ນ: 300 gr

ແປ້ງສາລີ: 2 ບ່ວງແກງ

ເຫັດຫອມ: 5 ດອກ

ໄສ້ກອກຝລັ່ງ: 100 gr

ໝາກມ່ວງຫິມະພານຈືນ: 200 gr

ໝາກເລັ່ນ: 2 ໜ່ວຍ

ພັກບົ່ວໃຫຍ່: 2 ຫົວ

 

ແອ້ສາລີ: 200 gr

ຊີອີ້ວຂາວ: 3 ບ່ວງແກງ

ພິກໄທ: 1 ບ່ວງຊາ

ນຳ້ຕານ: 1 ບ່ວງຊາ

ນຳ້ປາ: 2 ບ່ວງແກງ

ເກືອ: 1 ບ່ວງຊາ

ນຳ້ມັນຫອຍ: 3 ບ່ວງແກງ

ນຳ້ມັນສຳລັບຈືນ: 1 ລິດ

ວິທີປຸງ ປາເຈລະມິດຂົ້ວແຫ້ງ

ປາເຈລະມິດຂົ້ວແຫ້ງ

ປາເຈລະມິດຂົ້ວແຫ້ງ

ເຫັດຫອມແຊ່ນນຳ້ໃຫ້ບານ ແລ້ວຕັດເປັນຕ່ອນ. ໃສ້ກອກ ຊອຍເປັນຕ່ອນສີ່ຫຼ່ຽມ. ໝາກເລັ່ນ, ຜັກບົ່ວໃຫຍ່ລ້າງນຳ້ໃຫສະອາດ ປາດເປັນຕ່ອນສີ່ຫຼ່ຽມປະໄວ້ ແອ້ສາລີກໍ່ເຮັດ ເຊັນດຽວກັນ ນຳຊີ້ນ ປາມາຄົນໃສ່ເຄື່ອງປຸງ ແລ້ວນຳແປ້ງສາລີມາ ໃສ່ນຳໄປຈືນໃນນຳ້ມັນທີຮ້ອນ ໃຫ້ເຫຼືອງກອບ ແລ້ວຕັກອອກໃຫ້ສະເດັດນຳ້ມັນ.

ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນ ເອົາເຫັດຫອມ ແລະ ແອ້ສາລີລົງຂົ້ວໃສ່ພ້ອມດ້ວຍໝາກມວງຫິມະພາບ ແລະ ຫອມບົ່ວໃຫຍ່ຂົ້ວເຂົ້າກັນໃຫ້ສຸກປຸງ ລົດດ້ວຍເຄື່ອງປຸງທັງໝົດພໍສຸກ ແລ້ວ ເອົາໝາກເລັ່ນ ລົງຄົນໃຫ້ເຂົ້າກັນ ແລ້ວຕັກໃສ່ຈານຈັດໃຫ້ງາມ.

 

ແຊຣ.