ພິມ ພິມ

ຊີ້ນປີ້ງເເບບເກົາຫຼີ

0

ເຄື່ອງປຸງ

  • ຊີ້ນປີ້ງແບບເກົາຫຼີ

    ຊີ້ນປີ້ງແບບເກົາຫຼີ

    ຊີ້ນສັນໝູຫຼືຊີ້ນງົວ ເອົາມາຊອຍບາງໆ ແລະກ້ວາງພໍປະມານເພຶ່ອຈະເອົາມາປີ້ງໃສ່ເລັກປີ້ງ 2ກກ

  • ນຳ້ 2 ແກ້ວ
  • ແປ້ງນົວ 1ຖົງ (ຖົງນ້ອຍ)
  • ເຫຼົ້າ 2ບ່ວງແກງ (ໃຊ້ເຫຼົ້າແມ່ໂຂງ, ເຫຼົ້າຊຽງຊຸນ ຫຼືເຫຼົ້າວິສາກີ້, ເຫຼົ້າລີເຈນຊີ)
  • ງາຂົ້ວໃຫ້ພໍຫອມ ແລ້ວນຳມາຕຳ 2ບ່ວງແກງ
  • ນຳ້ມັນໝູຫຼືນຳ້ມັນພືດ 2-4 ບ່ວງແກງ
  • ນຳ້ຕານ 1ບ່ວງແກງ
  • ຊີອີ້ວຂາວ 2 ບ່ວງແກງ
  • ພິກໄທ 1 ບ່ວງແກງ

ວິທີເຮັດ ຊີ້ນປີ້ງແບບເກົາຫຼີ

ເອືອບຊີ້ນໃສ່ກັບເຄື່ອງປຸງທີ່ຕຽມໄວ້ ໃຫ້ເຂົ້າກັນແລ້ວເອົາໄປປະໄວ້ຕູ້ເμັນປະມານ 30 ນາທີ ຈາກນັ້ນຈຶ່ງເອົາອອກມາປີ້ງ, ຖ້າເອືອບເຮັດສຸກີ້ບໍ່ຕ້ອງໃສ່ງາ ໃຫ້ເອົາໄຂ່ໃສ່ອີກ 1ໜ່ວຍ.

ນຳ້ແຈ່ວຈຳ້: ໜາກເຜັດສົດ, ຫົວຜັກທຽມສົດນຳ້ຕານນ້ຳສົ້ມ, ນຳ້ຊອດໜາກເຜັດ, ຕຳໝາກເຜັດ, ຫົວຜັກທຽມໃຫ້ແລກ, ແລ້ວຕື່ມນຳ້ສົ້ມນຳ້ຕານ ແລະຊອດໝາກເຜັດລົງໄປ.

ແຊຣ.