ເຄື່ອງປະກອບ
![](http://www.kinzapzap.com//wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
- ຊີ້ນຊັ້ນໝູ 1 ກິໂລ
- ຜັກທຽມປອກກາບອອກ 0,2 ກິໂລ
- ໄມ້ຕອກສຳລັບມັດແຊ່ນຳ້ໄວ້
- ນຳ້ມັນສຳລັບຈືນ
- ພິກໄທ 1 ບ່ວງຊາ
- ນຳ້ມັນຫອຍ 1/2 ຖ້ວຍ
![](http://www.kinzapzap.com//wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
- ສະອິວ 1/2 ຖ້ວຍ
- ເກືອ 1 ບ່ວງແກງ
- ນຳ້ຕານ 1 ຖ້ວຍ
- ກາລົດຊອຍເປັນຕ່ອນສີ່ຫຼ່ຽມຍາວ ຂະໜາດ 1 ນີ້ວມື 0,2 ກິໂລ
- ຖົ່ວກາແວ່ 0,2 ກິໂລ
- ແປ້ງສາລີ 3 ບ່ວງແກງ
![](http://www.kinzapzap.com//wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
![ໂລຕີໝູ](http://www.kinzapzap.com/wp-content/uploads/2015/03/che-bien-thit-heo-ro-ti-aae999-300x220.png)
ໂລຕີໝູ
ວິທີປຸງ ໂລຕີໝູ
ນຳຊີ້ນໝູລ້າງນຳ້ໃຫ້ສະອາດ ແລ້ວມາເອືອບເຄື່ອງປຸງ ນຳມີດປາຍແຫຼມມາແທງເພື່ອໃຫ້ຫົວ ຜັກທຽມເຂົ້າໄດ້ແຮງໃຫ້ອ້ອມຊີ້ນແລ້ວນຳຜັກທຽມມາຍັດໃສ່ໃຫ້ເຕັມ ເອົາໄມ້ຕອກທີ່ແຊ່ນຳ້ມາມັດໃຫ້ ແໜ້ນ ເພື່ອໃຫ້ຊີ້ນເປັນກ້ອນຕາມຮູບຊົງແລ້ວນຳມາຈືນໃນນຳ້ມັນທີ່ຮ້ອນພໍຊີ້ນແຫ້ງ ຕັກອອກຈາກນຳ້ ມັນປະໄວ້. ເອົານຳ້ຕານໃສ່ໝໍ້ຈຽວໃຫ້ມີສີແດງ ຈາກນັ້ນນຳມາເອືອບຊີ້ນ ພ້ອມດ້ວຍນຳ້ທຳມະດາ ແລະ ຊີ້ນຕົ້ມຕໍ່ໄປຈົນຊີ້ນມີສີແດງ ຫຼື ເປື່ອຍເລັກນ້ອຍ ຕັກຊີ້ນມາປະໄວ້ໃຫ້ເຢັນແລ້ວນຳມາຊອຍເປັນ ຕ່ອນບາງໆ ຈັດເສີບພ້ອມກາລົດ, ຖົ່ວກະແວ່, ຄົນໃສ່ພິກໄທ ແລະ ກະທຽມ.