- kinzapzap - http://www.kinzapzap.com -

ໂລຕີໝູ

ເຄື່ອງປະກອບ

  • ຊີ້ນຊັ້ນໝູ 1 ກິໂລ
  • ຜັກທຽມປອກກາບອອກ 0,2 ກິໂລ
  • ໄມ້ຕອກສຳລັບມັດແຊ່ນຳ້ໄວ້
  • ນຳ້ມັນສຳລັບຈືນ
  • ພິກໄທ 1 ບ່ວງຊາ
  • ນຳ້ມັນຫອຍ 1/2 ຖ້ວຍ
  • ສະອິວ 1/2 ຖ້ວຍ
  • ເກືອ 1 ບ່ວງແກງ
  • ນຳ້ຕານ 1 ຖ້ວຍ
  • ກາລົດຊອຍເປັນຕ່ອນສີ່ຫຼ່ຽມຍາວ ຂະໜາດ 1 ນີ້ວມື 0,2 ກິໂລ
  • ຖົ່ວກາແວ່ 0,2 ກິໂລ
  • ແປ້ງສາລີ 3 ບ່ວງແກງ
ໂລຕີໝູ

ໂລຕີໝູ

ວິທີປຸງ ໂລຕີໝູ

ນຳຊີ້ນໝູລ້າງນຳ້ໃຫ້ສະອາດ ແລ້ວມາເອືອບເຄື່ອງປຸງ ນຳມີດປາຍແຫຼມມາແທງເພື່ອໃຫ້ຫົວ ຜັກທຽມເຂົ້າໄດ້ແຮງໃຫ້ອ້ອມຊີ້ນແລ້ວນຳຜັກທຽມມາຍັດໃສ່ໃຫ້ເຕັມ ເອົາໄມ້ຕອກທີ່ແຊ່ນຳ້ມາມັດໃຫ້ ແໜ້ນ ເພື່ອໃຫ້ຊີ້ນເປັນກ້ອນຕາມຮູບຊົງແລ້ວນຳມາຈືນໃນນຳ້ມັນທີ່ຮ້ອນພໍຊີ້ນແຫ້ງ ຕັກອອກຈາກນຳ້ ມັນປະໄວ້. ເອົານຳ້ຕານໃສ່ໝໍ້ຈຽວໃຫ້ມີສີແດງ ຈາກນັ້ນນຳມາເອືອບຊີ້ນ ພ້ອມດ້ວຍນຳ້ທຳມະດາ ແລະ ຊີ້ນຕົ້ມຕໍ່ໄປຈົນຊີ້ນມີສີແດງ ຫຼື ເປື່ອຍເລັກນ້ອຍ ຕັກຊີ້ນມາປະໄວ້ໃຫ້ເຢັນແລ້ວນຳມາຊອຍເປັນ ຕ່ອນບາງໆ ຈັດເສີບພ້ອມກາລົດ, ຖົ່ວກະແວ່, ຄົນໃສ່ພິກໄທ ແລະ ກະທຽມ.