ເຄື່ອງປະກອບ
![](http://www.kinzapzap.com/wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
ຊີ້ນງົວຕິດມັນ: 1 ກິໂລ
ກະດູກໝູ: 1 ກິໂລ
ໜໍ່ໄມ້: 0.3 ກິໂລ
ໝາກເລັ່ນ: 0.3 ກິໂລ
ນຳ້ຕານ: 1/2 ຖ້ວຍນ້ອຍ
ນຳ້ປາ: 1 ຈອງ
![](http://www.kinzapzap.com/wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
ເກືອ: 3 ບ່ວງແກງ
ເຂົ້າປູ້ນ: 3 ກິໂລ
ຖົ່ວງອກ: 0.5 ກິໂລ
ຖົ່ວຍາວ: 0.5 ກິໂລ
ໝາກປີ: 1 ຫົວ
ຜັກບົ້ງ: 1 ມັດ
![ເຂົ້າປູ້ນນຳ້ຊີ້ນ](http://www.kinzapzap.com/wp-content/uploads/2015/08/ເຂົ້າປູ້ນນຳ້ຊີ້ນ-300x179.jpg)
ເຂົ້າປູ້ນນຳ້ຊີ້ນ
ວິທີປຸງ ເຂົ້າປູ້ນນຳ້ຊີ້ນ
ນຳເຄື່ອງທຸກຢ່າງລ້າງນຳ້ໃຫ້ສະອາດ, ຊີ້ນຊອຍເປັນຕ່ອນບາງພໍສົມຄວນ, ກະດູກໝູຕັດເປັນຕ່ອນໃຫຍ່, ໜໍ່ໄມ້ຊອຍເປັນຕ່ອນບາງໆ ຕົ້ມໃຫ້ຈືດ, ໝາກເລັ່ນປາດຂັວນອອກ ແລ້ວນຳມາຜ່າສີ່, ຫົວຂ່າໝົກໄຟໃຫ້ຫອມແລ້ວນຳລ້າງນຳ້ຊ່ອຍບາງໆ ຕຳໃສ່ກັບຫອມບົ່ວ ແລະຫອມທຽມ, ໝາກຖົ່ວຍາວ, ໝາກປີ, ຜັກບົ້ງ ເຄື່ອງທັງໝົດນີ້ຊອຍແລບໆ.
ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ເອົາກະດູກ, ຊີ້ນ, ຫົວຂ່າ, ເກືອ, ນຳ້ປາ, ນຳ້ຕານລົງຕົ້ມໃສ່ໃຫ້ເຂົ້າກັນພໍຊີ້ນເປື່ອຍ ໃສ່ໜໍ່ໄມ້, ໝາກເລັ່ນ ແລະເຄື່ອງຫອມທີ່ຂົ້ວໄວ້ລົງໃສ່.