- kinzapzap - http://www.kinzapzap.com -

ເຂົ້າປູ້ນນຳ້ຊີ້ນ

ເຄື່ອງປະກອບ

ຊີ້ນງົວຕິດມັນ: 1 ກິໂລ

ກະດູກໝູ: 1 ກິໂລ

ໜໍ່ໄມ້: 0.3 ກິໂລ

ໝາກເລັ່ນ: 0.3 ກິໂລ

ນຳ້ຕານ: 1/2 ຖ້ວຍນ້ອຍ

ນຳ້ປາ: 1 ຈອງ

ເກືອ: 3 ບ່ວງແກງ

ເຂົ້າປູ້ນ: 3 ກິໂລ

ຖົ່ວງອກ: 0.5 ກິໂລ

ຖົ່ວຍາວ: 0.5 ກິໂລ

ໝາກປີ: 1 ຫົວ

ຜັກບົ້ງ: 1 ມັດ

ເຂົ້າປູ້ນນຳ້ຊີ້ນ

ເຂົ້າປູ້ນນຳ້ຊີ້ນ

ວິທີປຸງ ເຂົ້າປູ້ນນຳ້ຊີ້ນ

ນຳເຄື່ອງທຸກຢ່າງລ້າງນຳ້ໃຫ້ສະອາດ, ຊີ້ນຊອຍເປັນຕ່ອນບາງພໍສົມຄວນ, ກະດູກໝູຕັດເປັນຕ່ອນໃຫຍ່, ໜໍ່ໄມ້ຊອຍເປັນຕ່ອນບາງໆ ຕົ້ມໃຫ້ຈືດ, ໝາກເລັ່ນປາດຂັວນອອກ ແລ້ວນຳມາຜ່າສີ່, ຫົວຂ່າໝົກໄຟໃຫ້ຫອມແລ້ວນຳລ້າງນຳ້ຊ່ອຍບາງໆ ຕຳໃສ່ກັບຫອມບົ່ວ ແລະຫອມທຽມ, ໝາກຖົ່ວຍາວ, ໝາກປີ, ຜັກບົ້ງ ເຄື່ອງທັງໝົດນີ້ຊອຍແລບໆ.

ເອົານຳ້ໃສ່ໝໍ້ຄ້າງໄຟໃຫ້ຟົດ ເອົາກະດູກ, ຊີ້ນ, ຫົວຂ່າ, ເກືອ, ນຳ້ປາ, ນຳ້ຕານລົງຕົ້ມໃສ່ໃຫ້ເຂົ້າກັນພໍຊີ້ນເປື່ອຍ ໃສ່ໜໍ່ໄມ້, ໝາກເລັ່ນ ແລະເຄື່ອງຫອມທີ່ຂົ້ວໄວ້ລົງໃສ່.