ເຄື່ອງປະກອບ
![](http://www.kinzapzap.com//wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
- ໝີ່ເສັ້ນນ້ອຍ ລ້າງແລ້ວລວກພໍສຸກປະໄວ້ 0,5 Kg
- ຊີ້ນໄກ່ ຫຼື ຊີ້ນໝູ ລ້າງແລ້ວຊອຍເປັນຕ່ອນບາງໆ 0,3 Kg
- ຫົວຜັກກາດຂາວດອງຊອຍເປັນຕ່ອນນ້ອຍໆສີ່ຫຼ່ຽມ 3 ຫົວ
- ເຕົາຮູ້ຫຼອດຊອຍເປັນຕ່ອນນ້ອຍໆສີ່ຫຼ່ຽມ 1 ຫຼອດ
![](http://www.kinzapzap.com//wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
- ກຸ້ງແຫ້ງ ບົດລະອຽດ 0,1 Kg
- ຫົວຜັກບົ່ວແດງ ບົດໃຫ້ລະອຽດ 7 ຫົວ
- ນຳ້ໝາກເລັ່ນ 1 ຖ້ວຍ
- ນຳ້ພິກເຜົາ 2 ບ່ວງແກງ
- ນຳ້ໝາກຂາມປຽກ 1/2 ຖ້ວຍ
- ນຳ້ຕານ 1 ຖ້ວຍ
- ນຳ້ມັນຫອຍ – ສະອິວແນວລະ 1/2 ຖ້ວຍ
![](http://www.kinzapzap.com//wp-content/plugins/advanced-wp-columns/assets/js/plugins/views/img/1x1-pixel.png)
- ຫອມລາບ – ຖົ່ວງອກ ລ້າງໃຫ້ສະອາດແນວລະ 1 ຖ້ວຍ
- ໝາກນາວປາດເປັນປ່ຽງປະໄວ້ 3 ໜ່ວຍ
- ຖົ່ວດິນ 1 ຖ້ວຍ
- ຜັກສະລັດ ລ້າງນ້ຳໃຫ້ສະອາດ 0,3 Kg
- ໝາກປີ ລ້າງແລ້ວຜ່າເປັນປ່ຽງ 1 ຫົວ
- ນຳ້ມັນ 1/2 ຖ້ວຍ
- ໄຂ່ໄກ່ 2 ໜ່ວຍ
![ພັດໄທໄກ່](http://www.kinzapzap.com/wp-content/uploads/2015/03/pad_thai-300x215.jpg)
ພັດໄທໄກ່
ວິທີປຸງ ພັດໄທໄກ່
ເອົານຳ້ຕານລົງຈຽວໃສ່ໝໍ້ໃຫ້ແດງຟູແລ້ວເອົາຜັກບົ່ວລົງຂົ້ວໃຫ້ຫອມ ແລະ ເອົາເຄື່ອງທີ່ຊອຍນັ້ນລົງຂົ້ວໃຫ້ເຂົ້າກັນ ຫົວຜັກກາດ, ເຕົາຮູ້ຫຼອດ, ນຳ້ຊອດ ແລະເຄື່ອງປຸງຕ່າງໆຂົ້ວໃຫ້ເຂົ້າກັນໃຫ້ອອກລົດເຄັມ, ຫວານໄວ້ເປັນນຳ້ພັດໄທ.
ເອົານຳ້ມັນໃສ່ໝໍ້ຄ້າງໄຟໃຫ້ຮ້ອນເອົາຊີ້ນ, ໄຂ່ໄກ່ລົງຂົ້ວໃສ່ພໍສຸກ ເອົານ້ຳຊອດພັດໄທໃສ່ຄົນໃຫ້ເຂົ້າກັນແລ້ວເອົາເສັ້ນໝີ່ລົງຂົ້ວໃສ່ພ້ອມດ້ວຍກຸ້ງບົດຂົ້ວໃຫ້ເຂົ້າກັນ ຮັບປະທານກັບຜັກສົດ.