ພິມ ພິມ

ພັດໄທໄກ່

0

ເຄື່ອງປະກອບ

  • ໝີ່​ເສັ້ນ​ນ້ອຍ ລ້າງ​ແລ້ວ​ລວກ​ພໍ​ສຸກ​ປະ​ໄວ້ 0,5 Kg
  • ຊີ້ນ​ໄກ່ ຫຼື ຊີ້ນໝູ ລ້າງ​ແລ້ວ​ຊອຍ​ເປັນ​ຕ່ອນ​ບາງໆ 0,3 Kg
  • ຫົວຜັກກາດ​ຂາວ​ດອງ​ຊອຍ​ເປັນ​ຕ່ອນ​ນ້ອຍໆສີ່ຫຼ່ຽມ 3 ຫົວ
  • ເຕົາຮູ້ຫຼອດຊອຍ​ເປັນ​ຕ່ອນ​ນ້ອຍໆສີ່ຫຼ່ຽມ 1 ຫຼອດ
  • ກຸ້ງ​ແຫ້ງ ບົດ​ລະອຽດ 0,1 Kg
  • ຫົວຜັກ​ບົ່ວ​ແດງ ບົດ​ໃຫ້​ລະອຽດ 7 ຫົວ
  • ນຳ້ໝາກ​ເລັ່ນ 1 ຖ້ວຍ
  • ນຳ້​ພິກ​ເຜົາ 2 ບ່ວງແກງ
  • ນຳ້ໝາກຂາມປຽກ 1/2 ຖ້ວຍ
  • ນຳ້ຕານ 1 ຖ້ວຍ
  • ນຳ້ມັນ​ຫອຍ – ສະອິວ​ແນວລະ 1/2 ຖ້ວຍ
  • ຫອມລາບ – ຖົ່ວງອກ ລ້າງ​ໃຫ້​ສະອາດ​ແນວ​ລະ 1 ຖ້ວຍ
  • ໝາກນາວ​ປາດ​ເປັນ​ປ່ຽງປະ​ໄວ້ 3 ໜ່ວຍ
  • ຖົ່ວດິນ 1 ຖ້ວຍ
  • ຜັກ​ສະລັດ ລ້າງ​ນ້ຳ​ໃຫ້​ສະອາດ 0,3 Kg
  • ໝາກປີ ລ້າງ​ແລ້ວ​ຜ່​າເປັນ​ປ່ຽງ 1 ຫົວ
  • ນຳ້ມັນ 1/2 ຖ້ວຍ
  • ໄຂ່ໄກ່ 2 ໜ່ວຍ
ພັດ​ໄທ​ໄກ່

ພັດ​ໄທ​ໄກ່

ວິທີປຸງ ພັດ​ໄທ​ໄກ່

​ເອົານຳ້ຕານ​ລົງ​ຈຽວ​ໃສ່ໝໍ້​ໃຫ້​ແດງຟູ​ແລ້ວ​ເອົາ​ຜັກ​ບົ່ວ​ລົງ​ຂົ້ວ​ໃຫ້​ຫອມ ​ແລະ ​ເອົາ​ເຄື່ອງ​ທີ່​ຊອຍ​ນັ້ນລົງຂົ້ວ​ໃຫ້​ເຂົ້າກັນ ​ຫົວ​ຜັກກາດ, ​ເຕົາຮູ້ຫຼອດ, ນຳ້​ຊອດ ​ແລະເຄື່ອງປຸງ​ຕ່າງໆຂົ້ວ​ໃຫ້​ເຂົ້າກັນ​ໃຫ້​ອອກ​ລົດ​ເຄັມ, ຫວານ​ໄວ້​ເປັນ​ນຳ້​ພັດ​ໄທ.

​ເອົາ​ນຳ້ມັນ​ໃສ່ໝໍ້ຄ້າງ​ໄຟ​ໃຫ້ຮ້ອນ​ເອົາ​ຊີ້ນ, ​ໄຂ່​ໄກ່​ລົງ​ຂົ້ວ​ໃສ່​ພໍ​ສຸກ​ ເອົາ​ນ້ຳ​ຊອດ​ພັດ​ໄທໃສ່​ຄົນ​ໃຫ້​ເຂົ້າກັນ​ແລ້ວ​ເອົາ​ເສັ້ນໝີ່ລົງ​ຂົ້ວ​ໃສ່​ພ້ອມ​ດ້ວຍ​ກຸ້ງບົດ​ຂົ້ວ​ໃຫ້​ເຂົ້າກັນ ຮັບປະທານ​ກັບ​ຜັກ​ສົດ.

ແຊຣ.