ເຄື່ອງປະກອບ
![ເຕົ້າຮູ້ຊົງເຄື່ອງ](http://www.kinzapzap.com//wp-content/uploads/2015/03/toffu_stirfried_6-300x225.jpg)
ເຕົ້າຮູ້ຊົງເຄື່ອງ
− ເຕົ້າຮູ້: 2 ກ້ອນ
− ຊີ້ນໝູບົດ: 1/2 ຖ້ວຍນ້ອຍ
− ກຸ້ງບົດ: 5 ໂຕ
− ສະອິວຄິກໂຄແມັນ: 1 ບ່ວງແກງ
− ຂີງອ່ອນສັບລະອຽດ: 1 ບ່ວງຊາ
− ນຳ້ປາ: 1 ບ່ວງແກງ
ວິທີເຮັດ ເຕົ້າຮູ້ຊົງເຄື່ອງ
ເອົາຊີ້ນໝູຄົນໃສ່ກັບກຸ້ງ, ສະອິວຄິກໂຄແມັນ, ຂີງຄົນໃຫ້ເຂົ້າກັນ, ເຕົ້າຮູ້ຍີໃຫ້ພໍແຕກແລ້ວເອົາ ຊີ້ນທີ່ປະສົມໄວ້ວາງໃສ່ເທິງໜ້າແລ້ວນຳໄປໜຶ້ງປະມານ 15 ນາທີ ກໍ່ສາມາດຮັບປະທານໄດ້.