ພິມ ພິມ

ຊີ້ກດາດ

0

 

ໝັກຊີ້ນດາດ

ໝັກຊີ້ນດາດ

ໝັກຊີ້ນດາດໝັກຊີ້ນດາດ

ເຄື່ອງປະກອບ

  1. ໃຊ້ຊີ້ນສັນໝູຫຼືງົວຊອຍເປັນຕ່ອນບາງໆ ຂ້ອນຂ້າງກ້ວາງເພຶ່ອເໝາະໃນການປີ້ງເທິງໝໍ້ດາດ 2ກກ.
  2. ນຳ້ເມັນ 2 ຈອກ.
  3. ຜົງລົດດີ 1ຊອງ.
  4. ເຫຼົ້າ 2ບ່ວງແກງ
  5. ງາຂົ້ວໃຫ້ພໍຫອມ ຕຳພໍແຫຼກ 2 ບ່ວງແກງ.
  6. ນຳ້ມັນໝູຫຼືນຳ້ມັນພືດ 2-4 ບ່ວງແກງ.
  7. ນຳ້ຕານ 1ບ່ວງແກງ.
  8. ຊີອີ້ວຂາວມ່າງດີ 2ບ່ວງແກງ.
  9. ພິກໄທບົດ 1ບ່ວງກາເຟ.

ວິທີປຸງ ໝັກຊີ້ນດາດ

ຄົນເຄື່ອງປຸງທີ່ຕຽມໄວ້ໃຫ້ເຂົ້າກັນ ໝັກໄວ້ໃນຕູ້ເμັນບໍ່ຕຳ່ກວ່າ 30 ນາທີ ນຳໄປປີ້ງໄດ້ຖ້າໝັກສຸກກີ ບໍ່ຕ້ອງໃສ່ງາຂົ້ວແລະເພີ້ມໄຂ່ໄກ່ 1ໜ່ວຍ.

*********

ແຈວ​ຊີ້ນ​ດາດ

ແຈວ​ຊີ້ນ​ດາດ

ແຈວ​ຊີ້ນ​ດາດ

ເຄື່ອງປະກອບ

  1. ຖົ່ວດິນ​ບົດ 0,5 ກິ​ໂລ
  2. ຜັກທຽ​ມດອງຕັດ​ຫົວ​ອອກ​ຊອຍ​ແລບໆ 4 ຫົວ
  3. ເຕົາຮູ້ຈີ້ 3 ບ່ວງ​ແກງ
  4. ໄຂ່​ໄກ່ 1 ໜ່ວຍ
  5. ໝາກ​ເຜັດ​ດິບ​ແດງ 10 – 15 ໜ່ວຍຊອຍ​ແລບໆ
  6. ນຳ້ຕານ 0,1 ກິ​ໂລ
  7. ນຳ້ປາ 5 ບ່ວງແກງ
  8. ນຳ້​ຜັກທຽມດອງ 2 ບ່ວງ​ແກງ
  9. ນຳ້​ສົ້ມ 4 ບ່ວງ​ແກງ
  10. ເກືອ 1 ບ່ວງ​ແກງ
  11. ນຳ້ 2 ຖ້ວຍ

ວິທີ​ປຸງ ​​ແຈວ​ຊີ້ນ​ດາດ

ນຳ ​ເຄື່ອງ​ປະກອບ​ທຸກ​ຢ່າງ​ມາ​ປະສົມ​ກັນ ​ແລ້ວ​ນຳ​ມາ​ປັ່ນ​ໃນ​ເຄື່ອງ​ປັ່ນ​ໃຫ້​ລະອຽດ ຫຼັງຈາກ​ນັ້ນ ນຳ​ມາ​ຕົ້ມ​ໃຫ້​ຟົດ​ພໍ​ເຄື່ອງ​ສຸກ ປຸງ​ລົດ​ໃຫ້​ພໍດີ​ແລ້ວ​ປົງ​ລົງ​ໄວ້​ເປັນ​ນຳ້​ແຈ່ວ (​ເວລາ​ຈະຮັບປະທານ​ສາມາດ​ປຸງ​ດ້ວຍ​ນຳ້ຕານ, ໝາກນາວ, ໝາກ​ເຜັດ, ຜັກທຽມສັບ​ລະອຽດ).

ແຊຣ.