- kinzapzap - http://www.kinzapzap.com -

ເຂົ້າໜົມອື່ງ

ເຄື່ອງປະກອບ

  1. ແປ້ງ​ກາຍາ​ບູ 1,5 ກິໂລ​
    ​ເຂົ້າໜົມອື່ງ

    ​ເຂົ້າໜົມອື່ງ

  2. ແປ້ງ​ເໝັນ 2 ບ່ວງ​ຊາ
  3. ນຳ້ຕານ 300 ກະລາ​ມ
  4. ເກືອ 2 ບ່ວງ​ຊາ
  5. ນຳ້ມັນ​ພືດ 2 ບ່ວງ​ແກ້ງ
  6. ນຳ້ 500 ກະລາ​ມ
  7. ໝາກງ່າ​ຂາວ 100 ກະລາ​ມ
  8. ນຳ້ມັນ​ສຳລັບ​ຈືນ 2 ລິດ

ການ​ກະກຽມ

ນຳ​ແປ້ງ​ລົງ​ໃນ​ຊາມ​ປະສົມ​ກັບ​ແປ້ງ​ເໝັນ​, ​ເກືອ, ນຳ້ຕານ, ນຳ້ມັນ ຄັ້ນ​ໃຫ້​ເຂົ້າກັນ ແລະ ໜຽວ ນຸ້ມນຳ​ມາ​ມັກ​ໄວ້, ບ່ອນ​ບໍ່​ມີ​ອາກາດ​ປະ​ໄວ້ 2 – 3 ຊົ່ວ​ໂມງ.

ວິທີ​ເຮັດ ​ເຂົ້າໜົມອື່ງ

ນຳ​ແປ້ງທີ່​ມັກ​ໄວ້​ມາ​ແຜ່​ໃສ່​ພິມ​ເປັນ​ແຜ່ນໜາພໍ​ສົມຄວນ ແລ້ວ​ໃຊ້​ພິມ​ກົດ​ໃຫ້​ເປັນຮູບວົງມົນ ລຽນ​ໄວ້​ເປັນແຖວ​ຈົນ​ແປ້ງໝົດ ​ເອົາໝາກງາ​ທາ​ໃສ່​ທາງ​ເທິງ​ຂອງ​ແປ້ງ​ ແລ້​ວນຳ​ເຂົ້າໜົມປະ​ໄວ້ 30 ນາທີ ເມື່ອ​ແປ້ງ​ເຂົ້າໜົມຕາຍ. ຈາກ​ນັ້ນ​ເອົາ​ນ້ຳມັນ​ໃສ່ໝໍ້ຄ້າງ​ໄຟ​ໃຫ້ຮ້ອນ​ແລ້ວ​ເອົາ​ໄມ້​ລີ້​ງເຂົ້າໜົ້ມ​ໃຫ້​ແປ​ ​ແລະ ນຳ​ລົງ​ຈືນ. ການ​ຈືນ​ນັ້ນ​ຕ້ອງ​ໃຊ້​ໄມ້​ທູ່​ພິກ​ໄປພິ​ກມາ​ ເພື່ອ​ໃຫ້​ໄດ້​ເຂົ້າໜົມທີ່ໂພງ ​ແລະ ສວຍ​ງາມ.