ພິມ ພິມ

ຂະໜົມຕັງໂກ້

0

ເຄື່ອງປະກອບ

​ຂະໜົມຕັງ​ໂກ້

​ຂະໜົມຕັງ​ໂກ້

  1. ແປ້ງ​ສາລີ 1 ຖ້ວຍ
  2. ນຳ​້ຕານຊາຍ 1 1/2 ຖ້ວຍ​ຕວງ
  3. ນຳ້​ທຳ​ມະ​ດາ ຫຼື ນຳ້​ປາຍ​ກະທິ 4 ຖ້ວຍ​ຕວງ
  4. ສາລີ​ຕົ້ມ ​ແລ້ວ​ຊອຍ 1 1/2 ຖ້ວຍ​ຕວງ
  5. ໃບ​ເຕີຍ, ​ໃບໝາກພ້າວ, ​ໃບຕອງສຳລັບ​ຫຍິບ​ກະທົງ

ໜ້າຕັງ​ໂກ້

  1. ແປ້ງ​ສາລີ 1 / 2 ຖ້ວຍຕວງ
  2. ນຳ້​ຫົວ​ກະທິ 3 ຖ້ວຍ​ຕວງ
  3. ນຳ້ຕານ 1 1/2 ບ່ວງ​ແກງ
  4. ເກືອ 1/2 ບ່ວງຊາ

ວິ​ທີ​ປຸງ ​ຂະໜົມຕັງ​ໂກ້

​ເອົາ​ໃບ​ເຕີຍ​ມາ​ຍ່ອງ​ເອົາ​ນຳ້​ໃຫ້​ໄດ້ 4 ຖ້ວຍ​ລົງ​ໃສ່​ໃນໝໍ້​ ແລ້ວ​ຕວງ​ແປ້ງ​ລົງ​ໃສ່​ນຳ້ຕານ​ລວມ​ເຂົ້າກັນ​ເອົາ​ໄປ​ກວນ​ໄຟ​ອ່ອນໆ ຈາກ​ນັ້ນ​ໃສ່​ສາລີ​ທີ່​ຕົ້ມ​ແລ້ວ​ຊ່ອຍ​ເປັນ​ຕ່ອນ 4 ຫຼ່ຽມ​ເມື່ອກ​ວນ​ແລ້ວ​ ແລ້ວ​ນຳ​ມາ​ລົງ​ຢອດ​ໃສ່ກະທົງ​ທີ່​ຈັດ​ກຽມ​ໄວ້ ແລະ ບໍ່​ຄວນ​ໃສ່​ເຕັມ​ ຄວນ​ໃສ່​ປະມານ 3/4 ຂອງ​ກະທົງ​ສຳລັບໜ້າຕັງ​ໂກ້ ແມ່ນ​ປະຕິບັດ​ຄື​ກັນຕາມ​ອັດຕາ​ສ່ວນ​ທີ່​ກຳນົດ​ໄວ້​ແລ້ວ ນຳ​ມາ​ຢອດ​ໃສ່ໜ້າຕັງ​ໂກ້​ປະ​ໃຫ້​ເຢັນ ຮັບປະທານ​ເປັນ​ຂອງຫວານ​ໄດ້.

ແຊຣ.