- kinzapzap - http://www.kinzapzap.com -

ໝົກປາແບບລາວ

ເຄື່ອງປະກອບ

ພື້ນທ້ອງປາທີເຮັດໝົກໄດ້: 1 ກິໂລ

ໄຂ່ໄກ່: 2 ໜ່ວຍ

ເຂົ້າເບືອ: 1/2 ຖ້ວຍ

ຫົວສີໄຄ: 3 ຫົວ

ຂ່າອ່ອນ: 1 ຫົວ

ໃບຂີ້ຫູດ: 5 ໃບ

ໝາກເຜັດໃຫຍ່ແຫ້ງ : 10 ໜ່ວຍ

ຜັກບົ່ວແຫ້ງ: 10 ຫົວ

ກະທິໝາກພາວ: 1 ຖ້ວຍ

ຜັກອີ່ຕູ: 1 ມັດ

ຜັກຊີ: 1 ມັດ

ຜັກບົ່ວສົດ: 1 ມັດ

ປາແດກ: 1/2 ຖ້ວຍ

ເກືອ: 1 ບ່ວງແກງ

ໃບຕອງ ແລະ ໄມ້ຂັດຕາມຕ້ອງການ

ວິທີປຸງ ໝົກປາແບບລາວ

ໝົກປາແບບລາວ

ໝົກປາແບບລາວ

ປາຄົວລ້າງນຳ້ໃຫ້ສະອາດຕັດເປັນຕ່ອນໃຫຍ່ພໍສົມຄວນ, ໝາກເຜັດໃຫຍ່ແກະອອກແຊ່ນຳ້ໃຫ້ອ່ອນຝັກໃຫ້ແຫຼກ ແລ້ງນຳມາຕຳກັບເຂົ້າເບືອ, ຜັກບົ່ວ, ຫົວສີໄຄ ແລະຂ່າຕຳໃຫ້ແຫຼກ, ຜັກຕ່າງໆແມ່ນລ້າງນຳ້ໃຫ້ສະອາດ ແລ້ວຊອຍໃຫ້ສັ້ນຕ້ອງເຊັດແລ້ວນຳມາຈຽນສົ້ນຈຽນປາຍ.

ນຳເຄື່ອງປະກອບທຸກຢ່າງມາຊາວໃສ່ປາພ້ອມດ້ວຍນຳ້ກະທິ ແລະ ປາແດກໃສ່ໃບຫອມແລ້ວນຳມາຫໍ່ໃສ່ໃບຕອງແລ້ວນຳໄປໜື້ງ ປະມານ 30 ນາທີແລ້ວນຳມາຮັບປະທານໄດ້.