- kinzapzap - http://www.kinzapzap.com -

ໝົກປາຝອກ

ເຄື່ອງປະກອບ

ປາຕອງຂູດເອົາແຕ່ຊີ້ນ: 1/2 ກິໂລ

ກະທິໝາກພ້າວຂັ້ນເອົານຳ້ໃຫ້ໄດ້: 1 ຖ້ວຍໃຫຍ່

ໃບຂີ້ຫູດຊອຍເປັນເສັ້ນ: 10 ໃບ

ໝາກເຜັດດິບແດງໃຫຍ່ຊອຍເປັນເສັ້ນ: 3 ໜ່ວຍ

ເກືອ: 2 ບ່ວງແກງ

ຜັກກາດຂາວລວກ: 1 ຫົວ

ໄຂ່ໄກ່: 5 ໜ່ວຍ

ພິກໄທ: 1 ບ່ວງຊາ

ຜັກບົ່ວແດງຕໍລະອຽດ: 10 ຫົວ

ໃບຕອງ-ໄມ້ຂັດຕາມຕ້ອງການ (ສຳລັບເຮັດກະໂທງ)

ວິທີປຸງ ໝົກປາຝອກ

ເອົາປາມາຕຳໃຫ້ໜຽວພ້ອມດ້ວຍຜັກບົ່ວແດງໃສ່ໄຂ່ຄົນໃຫ້ຂື້ນສະຫຼັບກັບນຳ້ຫົວກະທິໃສ່ເຄື່ອງປຸງທຸກຢ່າງຕັກໃສ່ກະໂທງທີມີຜັກກາດຂາວຮ່ອງບໍ່ໃຫ້ເຕັມແລ້ວໃສ່ໃບຂີ້ຫູດ ແລະ ໝາກເຜັດແດງ ໂຮ່ຍໜ້ານຳໄປໜື້ງປະມານ 15-20 ນາທີຮັບປະທານຮ້ອນໆ.