ພິມ ພິມ

ໝູແດດດ່ຽວ

0
ໝູ​ແດດ​ດ່ຽວ

ໝູ​ແດດ​ດ່ຽວ

ເຄື່ອງປະກອບ

  1. ຊີ້ນໝູ 0, 5 ກິ​ໂລ
  2. ຮາກຫອມປ້ອມ​ຕຳ​ລະອຽດ 1 ບ່ວງ​ແກງ
  3. ຜັກທຽມຕຳ​ລະອຽດ 1 ບ່ວງ​ແກງ
  4. ພິກ​ໄທ 1/2 ບ່ວງ​ຊາ
  5. ນຳ້ຕານ 1 ບ່ວງ​ແກງ
  6. ກະລີ 1 ບ່ວງ​ຊາ
  7. ນຳ້ປາ 1 ບ່ວງ​ແກງ
  8. ນຳ້ມັນ​ຫອຍ 1 ບ່ວງ​ແກງ
  9. ວິ​ສະ​ກີ 2 ບ່ວງ​ແກງ
  10. ໝາກງາ​ຂາວ 1 ບ່ວງ​ແກງ
  11. ນຳ້ມັນ​ສຳລັບ​ຈືນ
  12. ໝາກ​ເລັ່ນ, ກະລຳ່, ຜັກກາດ​ຂາວ​ສຳລັບ​ແຕ່ງໜ້າ

ວິທີປຸງ ໝູ​ແດດ​ດ່ຽວ

ຊີ້ນໝູລ້າງ​ນຳ້​ໃຫ້​ສະອາດ ປາດ​ເປັນ​ຕ່ອນໜາປະມານ 1Cm ແລະ​ຍາວ 6Cm ເອົາ​ສ່ວນ​ປະ ສົມ​ຕ່າງໆ​ໃຫ້​ເຂົ້າກັນ​ແລ້ວ​ນຳ​ງາ​ມາ​ຊາວ​ໃສ່​ ຈາກ​ນັ້ນນຳ​ຊີ້ນ​​ໄປ​ຕາກ​ແດດທີ່​ກ້າ​ປະມານ 4-5 ຊົ່ວ​ໂມງ ຫຼື 1 ມື້. ຫຼັງຈາກ​ນັ້ນ​ນຳ​ຊີ້ນ​ມາ​ຈືນ​ໃນ​ນຳ້ມັນ​ທີ່ຮ້ອນ​ແລ້ວ​ຈັດ​ໃສ່​ຈານ ຮັບທານ​ເປັນ​ຂອງ​ແກ້ມ ຫຼື ຈະ​ນຳ​ເຂົ້າ​ຕູ້​ເຢັນ​ເພື່ອຮັກສາ​ໄວ້​ກິນ​ດົນ.

 

ແຊຣ.