ພິມ ພິມ

ໝູແໜມ

0

ເຄື່ອງປະກອບ

ເຂົ້າຈ້າວ 1 ກິໂລ

ຜັກທຽມດອງ 1 ປຸກນ້ອຍ

ໜັງໝູ 1 ກິໂລ

ໝາກພ້າວ 5 ໜ່ວຍ

ໝາກເຜັດນ້ອຍແຫ້ງ 20 ໜ່ວຍ

ນຳ້ຕານ 0.5 ກິໂລ

ແປ້ງນົວ 2 ບ່ວງຊາ

ໃບອີເລີດ 2 ມັດ

ຫອມລາບຕາມຈຳນວນຕ້ອງການ

ຜັກບົ່ວສົດ 1 ມັດ

ຫອມປ້ອມ 1 ມັດ

ຜັກຕິ້ວ 2 ມັດ

ຜັກສະເມັກ 2 ມັດ

ຜັກໜອກ 2 ມັດ

ຜັກສະລັດ 2 ມັດ

ເກືອ 1 ບ່ວງແກງ

ນ້ຳປາ 2 ບ່ວງແກງ

ການກະກຽມ

ໝູແໜມ

ໝູແໜມ

ເຂົ້າຈ້າວມ່ານຳ້ໃຫ້ໄນ່ ແລ້ວນຳມາໜື້ງໃຫ້ສຸກ ນຳມາຕາກແດດປະມານ 3-4 ຊມ ແລ້ວປະໄວ້ໃຫ້ເຢັນ ນຳມາບົດໃຫ້ມຸ່ນໆ ເອົານຳ້ຕານຕົ້ມໃສ່ນຳ້ຜັກທຽມດອງ ພ້ອມດ້ວຍເກືອ, ນຳ້ປາ, ແປ້ງນົວ ປົງໄວ້ໃຫ້ເຢັນ ໝາກເຜັດນ້ອຍຂົ້ວໃສ່ນຳ້ມັນໃຫ້ກອບປະໄວ້ໃຫ້ເຢັນ, ໃບອີ່ເລີດ, ຫອມລາບ, ຜັກບົ່ວສົດ, ຫອມປ້ອມ, ຜັກຕິ້ວ, ຜັກສະເມັກ, ຜັກໜອກ, ຜັກສະລັດ ລ້າງນຳ້ໃຫ້ສະອາດ, ໜັງໝູຕົ້ມໃຫ້ສຸກປະໄວ້ໃຫ້ເຢັນຊອຍເປັນຕ່ອນພໍດີ, ໝາກນາວປາດເອົາເປືອກແລ້ວຊອຍເປັນຕ່ອນນ້ອຍໆ.

ວິທີປຸງ ໝູແໜມ

ເອົາເຂົ້າທີ່ບົດແລ້ວມາຍີ້ໃສ່ນຳ້ຕານກັບນຳ້ຜັກທຽມດອງທີ່ຕົ້ມໄວ້ນັ້ນໃຫ້ເຂັ້າກັນ ແລ້ວໃສ່ໜັງທີ່ຊອຍໄວ້ ຊິມສລົດໃຫ້ພໍດີຕາມດ້ວຍເປືອກໝາກນາວ ຕັກໃສ່ຈານເອົາໝາກເຜັດໂຮຍໜ້າ, ເອົາຜັກລ້າງໄວ້ກິນກັບ.

ແຊຣ.