- kinzapzap - http://www.kinzapzap.com -

ໝູຝອຍ

ເຄື່ອງປະກອບ

  1. ໝູຝອຍ

    ໝູຝອຍ

    ຊີ້ນໝູກ້ອນງາມໆ 1 ກິ​ໂລ

  2. ນຳ້ຕານ 1/2 ກິ​ໂລ
  3. ເກືອ 1 ບ່ວງ​ແກງ
  4. ສະອິວ​ຂາວ 1/2 ຖ້ວຍ
  5. ສະອິວ​ກາ​ແມັກ​ກີ້ 1/2 ຖ້ວຍ

ວິທີ​ປຸງ ໝູຝອຍ

ຊີ້ນ​ລ້າງ​ນຳ້​ໃຫ້​ສະອາດ ປາດ​ເປັນ​ຕອນ​ໃຫຍ່ພໍ​ສົມຄວນ, ​ເອົາ​ນຳ້​ໃສ່ໝໍ້ຄ້າງ​ໄຟ​ໃຫ້ຮ້ອນ ເອົາ​ນຳ້ຕານລົງ​ຈຽວ​ໃຫ້​ແດງ ​ແລ້ວ​ນຳ​ຊີ້ນ​ທີ່​ເອືອບ​ເຄື່ອງປຸງ​ແຕ່ງ​ລົງ​ຂົ້​ວໃສ່ ຈາກ​ນັ້ນຈຶ່ງ​ເອົາ​ນຳ້ໃສ່​ໃຫ້​ຖ້ວມ​ໃສ່ໄຟ​ອ່ອນໆ ຕົ້ມ​ໃຫ້​ຊີ້ນ​ເປື່ອຍ​ຕັກ​ຂື້ນ​ໃຫ້​ສະ​ເດັດ​ນຳ້ ຈາກ​ນັ້ນ​ຈີກ​ຊີ້ນໝູອອກ​ເປັນ​ເສັ້ນໆ ແລ້ວນຳ​ມາ​ຕຳ​ໃຫ້​ແຕກ​ອອກ​ຈາກ​ກັນ. ເອົາໜໍ້ຄ້າງ​​ໄຟ​ໃຫ້ຮ້ອນ ​ເອົາ​ຊີ້ນໝູລົງ​ຄົນແລ້ວ​ຕັກນຳ້​ທີ່​ຕົ້ມ​ຊີ້ນ​ໃສ່​ເພື່ອ​ໃຫ້​ໄດ້ສີສັນ ແລະ ລົດ​ຊາດ​ທີ່​ແຊບ, ສາມາດ​ເກັບ​ໄວ້​ກິນ​ດົນ​ໄດ້ ແລະ ນຳ​​ໄປ​ເປັນ​ອາຫານ​ສຳລັບ​ຄົນ​ປ່ວຍ​ໄດ້.