ພິມ ພິມ

ໝີ່ກະທິ

0

ເຄື່ອງປະກອບ

ໝາກພ້າວຫ້ງເຄິ່ງໂລ

ຖົ່ວດິນ 0.3 ໂລ

ໝີ່ 1 ໂລ

ຜັກທຽມແຫ້ງ 0.2 ໂລ

ນຳ້ປາ 5 ບ່ວງແກງ

ນຳ້ຕານ 0.1 ໂລ

ນຳ້ເຕົ້າຈ້ຽວ 1 ຖ້ວຍນ້ອຍ

ໝາກຂາມປຽກ 1 ກ້ອນ

ເຜັດນ້ອຍແຫ້ງ 10 ໜ່ວຍ

ຊີ້ນໝູ 0.5 ໂລ

ນຳ້ມັນພືດ 1 ຖ້ວຍນ້ອຍ

ໝາກເຜັດໃຫຍ່ແຫ້ງ 10 ໜ່ວຍ

ຜັກບົ່ວແຫ້ງ 0.2 ໂລ

ເກືອ 1 ບ່ວງແກງ

ແປ້ງນົວ 1 ບ່ວງຊາ

ໄຂ່ເປັດ 5 ໜ່ວຍ

ກະດູກໝູ 3 ຂີດ

ການກະກຽມ

ໝາກພ້າວຄັ້ນເອົານຳ້ຫົວກະທິ 1 ຖ້ວຍ ນຳ້ປາຍ 3 ຖ້ວຍໃຫຍ່, ຊີ້ນໝູລ້າງນຳ້ໃຫ້ສະອາດຝັກໃຫ້ແຫລກ, ໝາກເຜັດໃຫຍ່ແກະແກ່ນອອກແຊ່ນຳ້ໃຫ້ອ່ອນ ຝັກໃຫ້ແຫລກ, ຜັກບົ່ວຜັກທຽມແກະກາບອອກຊອຍບາງໆ ຕຳໃຫ້ແຫລກ, ນຳ້ເຕົ້າຈ້ຽວຕອງເອົານຳ້ອອກຕຳໃຫ້ແຫລກ, ຖົ່ວດິນຕຳໃຫ້ແຫລກ, ໝາກຂາມປຽກຄັ້ນໃສ່ນຳ້ ເຄິ່ງຖ້ວຍນ້ອຍ, ເສັ້ນໝີ່ລວກໃຫ້ອ່ອນຊາວໃສ່ນຳ້ມັນ, ໝາກເຜັດນ້ອຍແຫ້ງຂົ້ວໃສ່ນຳ້ມັນໃຫ້ກອບ, ຜັກບົ່ວ ຜັກທຽມແບ່ງຈືນເຄິ່ງໜື່ງໂຮຍໃສ່ເສັ້ນໝີ່ໃຫ້ງາມ.

ວິທີປຸງ ໝີ່ກະທິ

ເອົານຳ້ປາຍກະທິໃສ່ໝໍ້ຄ້າງໄຟໃຫ້ຟົດ, ເອົາຊີ້ນໝູ, ກະດູກໝູ ລົງຕົ້ມເຂົ້າກັບນຳ້ປາຍຕາມດ້ວຍນຳ້ປາ, ແປ້ງນົວ, ເກືອ, ນຳ້ໝາກຂາມປຽກ, ນຳ້ຕານຕົ້ມພໍສຸກ ຕັກເອົາຊີ້ນໝູເອົາມາຕຳແລ້ວຕັກຄືນໃສ່ໝໍ້ຕົ້ມໃຫ້ຝົດ, ແບ່ງເອົານຳ້ຫົວກະທິມາຂ້ຽວໃຫ້ແຕກມັນ ເອົາເຄື່ອງຫອມທີ່ຕຳລົງຂົ້ວໃຫ້ຫອມ ຕາມດ້ວຍໝາກເຜັດໃຫ້ມີ ໜ້າສີແດງ ຕັກລົງໃສ່ໝໍ້ ນຳ້ປາຍກະທິ ເອົາໝາກຖົ່ວດິນ, ນຳ້ເຕົ້າຈ້ຽວລົງຕົ້ມໃຫ້ສຸກ, ໄຂ່ຕີໃຫ້ແຕກ ລົງຕົ້ມ ໃຫ້ສຸກປຸງລົດໃຫ້ພໍດີ ແລ້ວນຳເອົານຳ້ຫົວກະທິຖອກລົງໃສ່.

ເຫຍື່ອ:

ຜັກສະລັດ, ຫອມລາບ, ໝາກປີ, ຖົ່ວງອກ ຊອຍແລບໆ, ຖົ່ວຍາວ, ຜັກບົ້ງ ລວກໃຫ້ສຸກແລ້ວຊອຍບາງໆ, ຫອມປ້ອມ, ໝາກນາວ, ໝາກເຜັດແຫ້ງທອດເອົາໄວ້ກິນກັບ ແລະ ກະປິ.

ໝີ່ກະທິ

ໝີ່ກະທິ

 

ແຊຣ.