- kinzapzap - http://www.kinzapzap.com -

ໝາກມ່ວງດອງ

ໝາກມ່ວງດອງ

ໝາກມ່ວງດອງ

ສ່ວນປະສົມ

ວິທີເຮັດ ໝາກມ່ວງດອງ

  1. ການຕຽມໝາກມ່ວງກ່ອນການດອງ ໂດຍທຳຄວາມສະອາດ ແລະຕັດຂ້ວນໃຫ້ສັ້ນ ໂດຍນຳໝາກມ່ວງທີ່ຈະດອງລ້າງດ້ວຍນຳ້ສະອາດ
  2. ນຳໝາກມ່ວງແຊ່ນຳ້ປູນໃສ (ຫຼືນຳ້ລະລາຍສານສົ້ມ) ແຊ່ໄວ້ 1 ຄືນ ເຊິ່ງຈະຊ່ອຍໃຫ້ໝາກມ່ວງມີນວນແຂງແລະກອບ
  3. ນຳອອກມາລ້າງນ້ນຳ້ສະອາດອີກເທຶ່ອໜຶ່ງແລ້ວນຳມາບັນຈຸໃສ່ໄຫປາກແຄບ ໃຫ້ເຕັມໄຫແລ້ວອັດດ້ວຍໄມ້ໄຜ່ໃຫ້ສະອາດ
  4. ຕຽມນຳ້ດອງໝາກມ່ວງມີສ່ວນປະສົມດັ່ງນີ້ຄື: ຕົ້ມນຳ້ສະອາດ ໃສ່ເກຶອ ນຳ້ຕານຊາຍ ຄົນໃຫ້ລະລາຍ ປົງລົງຕອງໃຫ້ສະອາດ
  5. ຕັກນຳ້ເກຶອປະມານ 1 ຈອກ ໃສ່ສານກັນບູດ ລົງໄປຄົນໃຫ້ລະລາຍຈົນໝົດ ແລ້ວເທລົງໄປໃນນຳ້ເກຶອຄືເກົ່າຄົນໃຫ້ເຂົ້າກັນແລ້ວປ່ອນໃຫ້ເຢັນ
  6. ນຳປູນແດງ 50 ກລາມ ໃສ່ລົງໄປໃນໄຫ ແລ້ວເທນຳ້ດອງທີ່ກຽມໄວ້ແລ້ວໃສ່ລົງໄປເກືອບເຕັມ ໃສ່ກົດໝາກນາວລົງ 2 ບ່ວງກາເຟ (ຫຼືນຳ້ສົ້ມສາຍຊູ 5% 1 ຖ້ວຍ) ແລ້ວຕື່ມນຳ້ເກຶອທີ່ເຫຼືອໃຫ້ເຕັມ
  7. ໃຊ້ໄມ້ປິດໃຫ້ແໜ້ນ ປິດປາກໄຫດ້ວຍປູນຊີເມັນ ປະສົມນຳ້ຕານປີບ (ປູນຊີເມັນ 3 ສ່ວນ ນຳ້ຕານປີບ 1 ສ່ວນ ປະສົມໃຫ້ເຂົ້າກັນ) ໂດຍໃສ່ຕາມຮອບປາກໄຫ ແລະຝາ
  8. ຫຼັງຈາກດອງ 1ມື້ໃຫ້ກວດກາເບິ່ງຮອຍປິດ ຫາກມີຮູຮົ່ວໃຫ້ແປງໃໝ່ໃຫ້ສົມບູນ
  9. ດອງໄວ້ 30ມື້ ສາມາດຮັບປະທານໄດ້ ຫຼືຈະນຳໄປແປຮູບກໍ່ໄດ້

ໝາຍເຫດ