ພິມ ພິມ

ໝາກມ່ວງດອງ

0
ໝາກມ່ວງດອງ

ໝາກມ່ວງດອງ

ສ່ວນປະສົມ

  • ນຳ້ສະອາດ 11 ລິດ
  • ເກຶອ 600-800 ກລາມ (6O-8 ຂີດ)
  • ປູນແດງ 50 ກລາມ (ປະມານ 2 ບ່ວງ)
  • ກົດຊີຕິກ (ກົດນຳ້ສົ້ມ) 10 ກລາມ (2 ບ່ວງກາເຟ)
  • ນຳ້ຕານຊາຍ 600 ກລາມ
  • ສານກັນບູດ (ໂຊດຽມເບນໂຊເອດ) 10 ກລາມ (2 ບ່ວງ)
  • ໝາກມ່ວງແກ້ວຂຽວປະມານ 15 ກກ (50-65 ໜ່ວຍ)

ວິທີເຮັດ ໝາກມ່ວງດອງ

  1. ການຕຽມໝາກມ່ວງກ່ອນການດອງ ໂດຍທຳຄວາມສະອາດ ແລະຕັດຂ້ວນໃຫ້ສັ້ນ ໂດຍນຳໝາກມ່ວງທີ່ຈະດອງລ້າງດ້ວຍນຳ້ສະອາດ
  2. ນຳໝາກມ່ວງແຊ່ນຳ້ປູນໃສ (ຫຼືນຳ້ລະລາຍສານສົ້ມ) ແຊ່ໄວ້ 1 ຄືນ ເຊິ່ງຈະຊ່ອຍໃຫ້ໝາກມ່ວງມີນວນແຂງແລະກອບ
  3. ນຳອອກມາລ້າງນ້ນຳ້ສະອາດອີກເທຶ່ອໜຶ່ງແລ້ວນຳມາບັນຈຸໃສ່ໄຫປາກແຄບ ໃຫ້ເຕັມໄຫແລ້ວອັດດ້ວຍໄມ້ໄຜ່ໃຫ້ສະອາດ
  4. ຕຽມນຳ້ດອງໝາກມ່ວງມີສ່ວນປະສົມດັ່ງນີ້ຄື: ຕົ້ມນຳ້ສະອາດ ໃສ່ເກຶອ ນຳ້ຕານຊາຍ ຄົນໃຫ້ລະລາຍ ປົງລົງຕອງໃຫ້ສະອາດ
  5. ຕັກນຳ້ເກຶອປະມານ 1 ຈອກ ໃສ່ສານກັນບູດ ລົງໄປຄົນໃຫ້ລະລາຍຈົນໝົດ ແລ້ວເທລົງໄປໃນນຳ້ເກຶອຄືເກົ່າຄົນໃຫ້ເຂົ້າກັນແລ້ວປ່ອນໃຫ້ເຢັນ
  6. ນຳປູນແດງ 50 ກລາມ ໃສ່ລົງໄປໃນໄຫ ແລ້ວເທນຳ້ດອງທີ່ກຽມໄວ້ແລ້ວໃສ່ລົງໄປເກືອບເຕັມ ໃສ່ກົດໝາກນາວລົງ 2 ບ່ວງກາເຟ (ຫຼືນຳ້ສົ້ມສາຍຊູ 5% 1 ຖ້ວຍ) ແລ້ວຕື່ມນຳ້ເກຶອທີ່ເຫຼືອໃຫ້ເຕັມ
  7. ໃຊ້ໄມ້ປິດໃຫ້ແໜ້ນ ປິດປາກໄຫດ້ວຍປູນຊີເມັນ ປະສົມນຳ້ຕານປີບ (ປູນຊີເມັນ 3 ສ່ວນ ນຳ້ຕານປີບ 1 ສ່ວນ ປະສົມໃຫ້ເຂົ້າກັນ) ໂດຍໃສ່ຕາມຮອບປາກໄຫ ແລະຝາ
  8. ຫຼັງຈາກດອງ 1ມື້ໃຫ້ກວດກາເບິ່ງຮອຍປິດ ຫາກມີຮູຮົ່ວໃຫ້ແປງໃໝ່ໃຫ້ສົມບູນ
  9. ດອງໄວ້ 30ມື້ ສາມາດຮັບປະທານໄດ້ ຫຼືຈະນຳໄປແປຮູບກໍ່ໄດ້

ໝາຍເຫດ

  • ການເກັບຮັກສາໝາກມ່ວງຫຼັງຈາກດອງແລ້ວ ຕ້ອງໃສ່ຖົງປລາສຕິກ ແລ້ວແຊ່ຕູ້ເຢັນຈະເກັບຮັກສາໄວ້ 7-15 ມື້
  • ປ່ຽນນຳ້ດອງໃໝ່ໂດຍໃສ່ນຳ້ 10 ລິດ ເກຶອ 1 ກກ ໃຫ້ຟົດປະໃຫ້ເμັນ ໃສ່ປູນແດງ 2 ບ່ວງ ໂດຍນຳໝາກມ່ວງດອງໃສ່ໄຫຫຼືກວດໂຫຼ, ຖອກນຳ້ດອງໃສ່ໃຫ້ຖ້ວມຈະເກັບຮັກສາໄວ້ໄດ້ນານປະມານ 1 ອາທິດ
  • ໝາກມ່ວງທີ່ເໝາະແກ່ການດອງຄືໝາກມ່ວງແກ້ວຂ້ຽວທີ່ແກ່ ແຕ່ບໍ່ສຸກ ບໍ່ລົ່ນຈົນເປັນຮອຍຊຳ້ເມື່ອດອງແລ້ວ ໜ່ວຍທີ່ໄດ້ຈະສວຍງາມບໍ່ມີຕຳໜິ
ແຊຣ.