- kinzapzap - http://www.kinzapzap.com -

ໝາກພາວແກ້ວ

ໝາກພາວແກ້ວ

ໝາກພາວແກ້ວ

ສ່ວນປະສົມ

ວິທີເຮັດ ໝາກພາວແກ້ວ

  1. ໃສ່ນຳ້ຕານຊາຍ ໃສ່ນຳ້ສະອາດໜ້ອຍໜຶ່ງເພຶ່ອໃຫ້ນຳ້ຕານລະລາຍ (ປະລິມານນຳ້ຕານຖ້າໝາກພ້າວເນື້ອໜາກໍ່ເພີ້ມໜ້ອຍໜຶ່ງ ຖ້າເນື້ອບາງກໍ່ລົດຕາມສ່ວນ ຂ້ຽວຈົນເປັນຢາງ)
  2. ໃສ່ໝາກພ້າວທີ່ຂູດເສັ້ນໄວ້ລົງກວນໃນນຳ້ເຊື່ອມໃສ່ເກຶອ ຄົນດ້ວຍໄມ້ໃຫ້ນຳ້ເຊື່ອມຈັບເສັ້ນໝາກພ້າວທົ່ວເຖິງພໍນຳ້ເຊື່ອມໃກ້ໜຽວ ລະລາຍແປ້ງມັນໂຮຍໃສ່ໃຫ້ທົ່ວກວນໃຫ້ທົ່ວຈົນນຳ້ເຊື່ອມໜຽວ
  3. ໃສ່ນຳ້ຫວານສີຕາມມັກລົງກວນໃຫ້ທົ່ວແລ້ວປົງລົງ
  4. ຕັກໝາກພ້າວໂດຍໃຊ້ບ່ວງ 2 ຄັນວາງລົງເທິງຝາຖາດ ໃຊ້ບ່ວງຄົນໃຫ້ເປັນກ້ອນກົມ ວາງຫ່າງກັນໃນຖາດສະອາດຈົນໝາກພ້າວໝົດ ວາງຜືງໄວ້ຈົນເຢັນດີ.

ໝາຍເຫດ: ໝາກພ້າວແກ້ວຊຸດນີ້ ແຊບຫອມຫວານ ມັນ ເພາະໃຊ້ໝາກພ້າວນຳ້ຫອມ ແລະສີຈາກນຳ້ຫວານຈະເຮັດໃຫ້ຫອມຫວານແຊບເປັນພິເສດ.