- kinzapzap - http://www.kinzapzap.com -

ໝາກຍົມເຊື່ອມ

ໝາກຍົມເຊື່ອມ

ໝາກຍົມເຊື່ອມ

ສ່ວນປະສົມ

ວິທີເຮັດ ໝາກຍົມເຊື່ອມ

  1. ນຳໝາກຍົມມາລ້າງນ້ຳໃຫ້ສະອາດ ນຳໄປນວດເອົານຳ້ສົ້ມອອກ ແລ້ວໂດຍໃຊ້ຂຽງມົນນວດໝາກຍົມກັບຕະແກງຖີ່ ໃຫ້ໝາກຍົມນິ້ມ ບີບນຳ້ສົ້ມອອກ ແລ້ວແຊ່ໃນນຳ້ປູນໃສ ເຄິ່ງຊົ່ວໂມງ
  2. ເອົາໝາກຍົມື້ນຈາກນຳ້ປູນໃສ ລ້າງນຳ້ໃຫ້ສະອາດ ບໍ່ຕ້ອງບີບໝາກຍົມຫຼາຍຕາກໃນກະແຕະຖີ່ເຄິ່ງຊົ່ວໂມງ
  3. ຕຽມຂ້ຽວນ້ນຳ້ເຊື່ອມໝາກຍົມ 1 ກກ ຕໍ່ນຳ້ຕານຊາຍ 1/2 ກກ. ເກຶອບ່ວງກາເຟ ຂ້ຽວຈົນເປັນຢາງ ເອົາໝາກຍົມທີ່ຜຶ່ງລົມໄວ້ ລົງຂ້ຽວໃນນຳ້ເຊື່ອມດ້ວຍໄຟແຮງໄລຍະເວລາໃດໜື່ງ.
  4. ພໍໝາກຍົມສຸກລົດໄຟລົງຄ່ອຍໆ ຂ້ຽວໃຫ້ນຳ້ໜຽວ ບີບນຳ້ໝາກນາວໃສ່ ຈະເຮັດໃຫ້ໝາກຍົມມີສີສົດໃສ ແລ້ວປົງລົງ ປະໄວ້ໃຫ້ເμັນ ບັນຈຸໃນກ໋ອງຂາຍ.

ໝາຍເຫດ: ຫາກຈະເຮັດເປັນໝາກຍົມແກ້ວ ກໍ່ເຮັດໂດຍໃຊ້ໝາກຍົມເຊື່ອມໄປຜຶ່ງແດດໃຫ້ແຫ້ງນຳ້ເຊື່ອມແລ້ວມາປະສົມກັບນຳ້ຕານ + ເກຶອ + ໝາກເຜັດ ກໍ່ຈະໄດ້ໝາກຍົມແກ້ວທີ່ມີລົດຊາດ ສົ້ມ,ເຜັດ, ຫວານ